ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ພາຍຫຼັງພາຍຸ
ກປ.ອອນໄລ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ເຊັນໂທລະເລກທາງການເລກທີ 227/CD-TTg ລົງວັນທີ 23 ພະຈິກ 2025 ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆ ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດ ແລະດໍາເນີນທຸລະກິດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິພາຍຫຼັງພາຍຸຢູ່ເຂດທິດໃຕ້ພາກກາງ.
ຕາງໜ້າການນຳພັກ ແລະລັດ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢ້້້ືຢາມຖາມຂາວ, ແບ່ງປັນຄວາມເສົ້າສະຫຼົດໃຈມາຍັງຄອບຄົວທີ່ຍາດຕິເສຍຊີວິດ ຍ້ອນຝົນຕົກ, ນໍ້າຖ້ວມ, ແບ່ງປັນຄວາມທຸກຍາກລໍາບາກ, ເປັນຫ່ວງໃຍຂອງຄະນະພັກທຸກຂັ້ນ, ອໍານາດການປົກຄອງ ແລະປະຊາຊົນເຂດຖືກໄພທໍາມະຊາດ.
ປະຈຸບັນ, ຝົນຕົກໄດ້ຫຼຸດລົງ, ນໍ້າຖ້ວມໄດ້ຫຼຸດລົງ, ຕ້ອງສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ, ຟື້ນຟູການເຄື່ອນໄຫວຜະລິດ ແລະດໍາເນີນທຸລະກິດໂດຍໄວ ແລະເຮັດໃຫ້ສະພາບການຂອງປະຊາຊົນກັບຄືສູ່ສະພາບປົກກະຕິໂດຍໄວ.
    |
 |
|
ພະນັກງານ, ນັກຮຽນທະຫານຂອງວິທະຍາຄານທະຫານເຮືອ ຕັ້ງໜ້າຊ່ວຍເຫຼືອປະຊາຊົນຫຼັງຈາກນໍ້າລົງ. ພາບ: qdnd.vn |
ໜູນຊ່ວຍປະຊາຊົນເກັບມ້ຽນ, ອະນາໄມເຮືອນຊານ, ສໍານັກງານ, ຖະໜົນຫົນທາງ, ໂຮງງານເພື່ອຟື້ນຟູການເຄື່ອນໄຫວຜະລິດ. ລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ນໍາທະຫານເຂດ 5, ທະຫານເຂດ 7, ບັນດາກົມກອງກອງທັບທີ່ຕ້ັງທັບໃນ ແລະໃກ້ເຂດເພີ່ມກໍາລັງ, ພາຫະນະໜູນຊ່ວຍຂົນສົ່ງສະບຽບອາຫານ, ເຄື່ອງໃຊ້ທີ່ຈໍາເປັນເພື່ອລໍາລຽງ, ກູ້ຊ່ວຍປະຊາຊົນຢ່າງຮີບດ່ວນ; ພ້ອມທັງໜູນຊ່ວຍເກັບມ້ຽນ, ອະນາໄມເຮືອນຊານ, ສໍານັກງານ, ຖະໜົນຫົນທາງ, ໂຮງງານເພື່ອຟື້ນຟູການເຄື່ອນໄຫວຜະລິດຢ່າງວ່ອງໄວ. ຈັດວາງຍົນເຮລີກົບແຕ, ໂດຣນ ກຽມພ້ອມບິນປ່ອຍເຄື່ອງໃຫ້ປະຊາຊົນຢູ່ບັນດາເຂດທີ່ຖືກຕັດແຍກ, ຫຍຸ້ງຍາກໃນການເຂົ້າເຖິງບັນດາພາຫະນະອື່ນ.
ແນະນໍາ, ໜູນຊ່ວຍບັນດາທ້ອງຖິ່ນສຸມໃສ່ຟື້ນຟູການຜະລິດກະສິກໍາ; ໜູນຊ່ວຍປື້ມຮຽນ, ອຸປະກອນສິດສອນ, ນໍານັກຮຽນກັບຄືນຮໍ່າຮຽນໂດຍໄວ; ເສີມກຳລັງແພດໝໍລົງໜູນຊ່ວຍໂດຍກົງວຽກງານກວດ, ປິ່ນປົວພະຍາດພາຍຫຼັງນໍ້າຖ້ວມ; ຟື້ນຟູເສັ້ນທາງຈະລາຈອນ, ລະບົບໄຟຟ້າ ແລະໂທລະຄົມມະນາຄົມ; ເລື່ອນການຊຳລະໜີ້ສິນ, ຍົກເວັ້ນ ຫຼື ຫຼຸດອັດຕາດອກເບ້ຍສຳລັບບຸກຄົນ ແລະວິສາະຫິດທີ່ປະສົບຄວາມເສຍຫາຍ...
ໂດຍ: ໄຊນີດາ