ຕາມນັ້ນແລ້ວ, ປະຕິບັດໂທລະເລກທາງການເລກທີ 225/CĐ-TTg ລົງວັນທີ 20 ພະຈິກ 2025 ຂອງນາຍົກລັດຖະມົນຕີ; ຄໍາເຫັນຊີ້ນໍາຂອງທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມໃຫຍ່ພິເສດຢູ່ເຂດພາກກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງບັນດາອົງການ; ກົມກອງສືບຕໍ່ຊາບຊຶມປະຕິບັດໂທລະເລກທາງການຂອງທ່ານນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດຢ່າງເຂັ້ມງວດ ກ່ຽວກັບການສຸມໃສ່ຮັບມືກັບໄພນໍ້າຖ້ວມໃຫຍ່ຢູ່ແຂວງແຄ໊ງຮ່ວາ, ດັກລັກ ແລະຢາລາຍ.

leftcenterrightdel
ທະຫານກອງພົນ 377 (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ຊ່ວຍປະຊາຊົນເຂດນໍ້າຖ້ວມແຂວງແຄ໊ງຮວ່າ ຍ້າຍໄປຢູ່ບ່ອນປອດໄພ. ພາບ: qdnd.vn

ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຊີ້ນໍາບັນດາອົງການ, ກົມກອງ ຮັກສາລະບອບເວນຍາມຢ່າງເຂັ້ມງວດ, ເປັນເຈົ້າການຕິດຕາມກໍາແໜ້ນສະພາບການຜັນແປຂອງດິນຟ້າອາກາດ, ໄພທໍາມະຊາດ; ຈັດສົ່ງກໍາລັງ,  ພາຫະນະ, ຜັນຂະຫຍາຍບັນດາມາດຕະການຢ່າງເດັດຂາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ, ດິນເຊາະເຈື່ອນດ້ວຍຈິດໃຈຢ່າງຮີບດ່ວນທີ່ສຸດ.

ເປັນເຈົ້າການສົມທົບກັບອຳນາດການປົກຄອງ, ບັນດາກໍາລັງໃນບໍລິເວນເພື່ອຍົກຍ້າຍປະຊາຊົນໄປຮອດເຂດປອດໄພ; ພ້ອມແລ້ວທີ່ຈະສະຫຼະຄ້າຍທະຫານເປັນບ່ອນຢູ່ຊົ່ວຄາວໃຫ້ປະຊາຊົນ, ຮັບປະກັນເງື່ອນໄຂດໍາເນີນຊີວິດໃຫ້ປະຊາຊົນ. ກົມກູ້ໄພ-ກູ້ຊີບ ໄດ້ມອບອາຫານແຫ້ງ 15 ໂຕນ ໃຫ້ທະຫານເຂດ 5 ເພື່ອໜູນຊ່ວຍປະຊາຊົນຢ່າງທັນການໂດຍໄວ.

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ນໍາໜັງສືພິມກອງທັບປະຊາຊົນ, ສູນກະຈາຍສຽງ-ໂທລະພາບກອງທັບເພີ່ມທະວີວຽກງານໂຄສະນາ, ຂົນຂວາຍປະຊາຊົນ, ລົງຂ່າວກ່ຽວກັບການເຄື່ອນໄຫວຂອງທະຫານຊ່ວຍປະຊາຊົນ...

ກົມໃຫຍ່ພະລາທິການ-ເຕັກນິກ ໄດ້ເພີ່ມທະວີການຊີ້ນຳ, ຊຸກຍູ້, ກວດກາບັນດາກົມກອງປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ, ດິນເຊາະເຈື່ອນ; ເປັນເຈົ້າການສົມທົບກັບກົມສໍາຮອງແຫ່ງລັດ (ກະຊວງການເງິນ) ແລະທະຫານເຂດ 5 ຂົນສົ່ງເຂົ້າສານ, ວັດຖຸອຸປະກອນ, ອຸປະກອນກູ້ໄພກູ້ຊີບໃຫ້ບັນດາທ້ອງຖິ່ນຕາມການຕົກລົງຂອງນາຍົກລັດຖະມົນຕີ ໂດຍໄວ...

ທະຫານເຂດ 5, ທະຫານເຂດ 7 ຊີ້ນໍາກອງບັນຊາການທະຫານແຂວງ, ບັນດາກົມກອງ ສ້າງແຜນການລະດົມກໍາລັງ, ພາຫະນະສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ປະຕິບັດທິດນໍາ “4 ກັບທີ່” ເປັນຢ່າງດີ; ໜູນຊ່ວຍການກວດ, ປິ່ນປົວພະຍາດ, ເຮັດອະນາໄມໂຮງຮຽນ, ຫ້ອງຮຽນ, ອົງການຈັດຕັ້ງ, ວິສາຫະກິດ... ແລະຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໃນທັນທີພາຍຫຼັງນໍ້າຖ້ວມ...

ໂດຍ: ເຈິ່ນຮວ່ຽນ