ເປີດຫ້ອງການຕາງໜ້າ Viettel ຢູ່ UAE
ກປ.ອອນໄລ - ຕອນເຊົ້າວັນທີ 19 ພະຈິກ, ທີ່ Dubai, ສະຫະລັດອາຣັບເອມີເຣດ (UAE), ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ຫ້ອງການຕາງໜ້າຂອງກຸ່ມບໍລິສັດ ອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ UAE.
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊົມເຊີຍ Viettel ມີຂີດໝາຍສໍາຄັນຕື່ມອີກໃນການພັດທະນາໃນທົ່ວໂລກ; ຢືນຢັນວ່າ ຫ້ອງການຕາງໜ້າຂອງ Viettel ຢູ່ UAE ແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນອັນດີງາມລະຫວ່າງສອງປະເທດ, ປະຕິບັດການຫັນຄໍາໝັ້ນສັນຍາລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດ ປະກົດຜົນເປັນຈິງ, ພ້ອມທັງ, ເຮັດໃຫ້ການພົວພັນສອງຝ່າຍອຸດົມສົມບູນ ດ້ວຍຄຸນຄ່າຕົວຈິງໃນຂົງເຂດເຕັກໂນໂລຊີ, ອຸດສາຫະກຳ ແລະການຫັນເປັນດີຈີຕອນ.
ທ່ານພົນໂທ ຮວ່າງຊວນຈຽນ ເຊື່ອໝັ້ນວ່າ ການມີໜ້າຂອງ Viettel ຢູ່ UAE ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດ, ເປີດໂອກາດຮ່ວມມືໃໝ່ຫຼາຍຢ່າງໃນຂົງເຂດໂທລະຄົມມະນາຄົມ, ຖ່າຍທອດເຕັກໂນໂລຊີ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດດີຈີຕອນ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະບັນດາຜູ້ແທນກົດປຸ່ມເປີດນໍາໃຊ້ຫ້ອງການຕາງໜ້າ Viettel ຢູ່ UAE. ພາບ: qdnd.vn |
ກ່ອນນັ້ນ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕ້ອນຮັບທ່ານ Henry Turnbul ຜູ້ອຳນວຍການບໍລິສັດ Astor - ຄູ່ຮ່ວມມືຂອງກົມໃຫຍ່ອຸດສາຫະກຳປ້ອງກັນຊາດຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຮັບຮູ້ ແລະຂອບໃຈ Astor ເພື່ອການຮ່ວມມືທີ່ຍາວນານ ແລະມີປະສິດທິຜົນ, ແມ່ນໜຶ່ງໃນບັນດາຫົວໜ່ວຍຮ່ວມເດີນທາງກັບໂຮງງານຂອງກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ໃນການສົ່ງອອກ ແລະຖ່າຍທອດເຕັກໂນໂລຊີ; ຊົມເຊີຍເຈດຕະນາດີໃນຄວາມມານະພະຍາຍາມຂອງ Astor ໃນການກາຍເປັນຄູ່ຮ່ວມມືຍຸດທະສາດໄລຍະຍາວຂອງກົມໃຫຍ່ອຸດສາຫະກຳປ້ອງກັນຊາດ.
ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການຕິດຕໍ່ ແລະສົມທົບກັນຢ່າງແໜ້ນແຟ້ນເພື່ອຫັນບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບເປັນລະອຽດ, ພ້ອມທັງສ້າງແຜນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະອຽດໃນບັນດາຂົງເຂດຈຸດສຸມ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການ.
ໂດຍ: ໄຊນີດາ