ໂທລະເລກທາງການດັ່ງກ່າວຮຽກຮ້ອງໃຫ້ອົງການ, ກົມກອງຮັກສາລະບອບການເວນຍາມຢ່າງເຂັ້ມງວດ, ເປັນເຈົ້າການຕິດຕາມກວດກາ, ກໍາແໜ້ນສະພາບການຂອງອາກາດຫຼັງຈາກພາຍຸ; ລະດົມກຳລັງ, ພາຫະນະສູງສຸດ, ຜັນຂະຫຍາຍບັນດາມາດຕະການຢ່າງເດັດຂາດ ເພື່ອແກ້ໄຂບັນຫາຜົນຮ້າຍຢ້ອນຫຼັງຈາກພາຍຸເລກທີ 13 ແລະນໍ້າຖ້ວມຢ່າງວ່ອງໄວ. ເປັນເຈົ້າການສົມທົບກັບອໍານາດການປົກຄອງ ແລະປະຊາຊົນເພື່ອອົບພະຍົບຄົວເຮືອນໃນເຂດອັນຕະລາຍໄປຍັງສະຖານທີ່ປອດໄພ.

leftcenterrightdel
ພາບປະກອບຄັດຈາກ qdnd.vn

ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຊີ້ນຳໃຫ້ອົງການສື່ມວນຊົນກອງທັບ ແລະບັນດາກົມກອງຕ່າງໆປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນ, ສົ່ງຂ່າວກ່ຽວກັບການຜັນແປນໍ້າຖ້ວມ ແລະບັນດາການເຄື່ອນໄຫວຂອງທະຫານຊ່ວຍປະຊາຊົນຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຈື່ອນ, ການຄົ້ນຫາ ແລະກູ້ໄພ. ກົມໃຫຍ່ພະລາທິການ-ເຕັກນິກ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກົມໃຫຍ່ II, ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ, ຈະເພີ່ມທະວີການຊີ້ນຳ, ຊຸກຍູ້, ກວດກາບັນດາກົມກອງພາຍໃຕ້ການຊີ້ນຳຂອງຕົນປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ດິນເຈື່ອນເປັນຢ່າງດີ; ເປັນເຈົ້າການສົມທົບກັນ, ສະໜອງ ແລະຂົນສົ່ງວັດຖຸ, ອຸປະກອນກູ້ຊີບ, ກູ້ໄພ ພ້ອມກັບບັນດາທ້ອງຖິ່ນຮັບມື, ແກ້ໄຂຜົນຮ້າຍໂດຍໄວ.

ບັນດາກົມກອງອື່ນໆສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນບ່ອນທີ່ຕັ້ງທັບ ແລະບ່ອນທີ່ປະຕິບັດໜ້າທີ່, ລະດົມກຳລັງ, ພາຫະນະໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ...

ໂດຍ: ຈາງຫງວຽນ