ໃນວັນທີ 2 ພະຈິກ, ບັນດາກົມກອງ ໄດ້ສືບຕໍ່ຂົນສົ່ງສະບຽງອາຫານ, ທັນຍາຫານ ແລະເຄື່ອງໃຊ້ທີ່ຈໍາເປັນໃຫ້ປະຊາຊົນຢູ່ບັນດາບໍລິເວນຖືກຕັດຂາດ; ສີດຢາຂ້າເຊື້ອພະຍາດ, ສ້ອມແປງເຮືອນ 95 ຫຼັງ, ໂຮງໝໍ 5 ແຫ່ງ, ໂຮງຮຽນ 38 ແຫ່ງ, ສຳນັກງານຕ່າງໆ, ເສັ້ນທາງຄົມມະນາຄົມ 43 ກິໂລແມັດ; ແກ້ໄຂບ່ອນເຊາະເຈື່ອນ 7 ຈຸດ/580 ແມັດກ້ອນ; ແກ້ໄຂທາງເຊາະເຈື່ອນຕັດຂາດ 5 ບ້ານ ຢູ່ຕາແສງຫງອກລິງ, ແຂວງກວ໋າງຫງາຍ. ທະຫານເຂດ 4 ລະດົມພະນັກງານ, ນັກຮົບ 3.808 ຄົນ, ທະຫານລາດ 12.071 ຄົນ ແລະພາຫະນະ 198 ຄັນ ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງທີ່ບັນດາແຂວງ: ຮ່າຕິ້ງ, ກວ໋າງຈິ ແລະນະຄອນເຫ້ວ.

leftcenterrightdel
ກຳລັງທະຫານລາດ ຕາແສງ ຈ່າເຕິນ ຂົນສົ່ງສະບຽງອາຫານໃຫ້ປະຊາຊົນໝູ່ບ້ານ 11 (ຕາແສງ ຈ່າເຕິນ, ນະຄອນ ດ່ານັ້ງ). ພາບ: ຫງວຽດຫວຽດຮຸ່ງ.

ທະຫານເຂດ 5 ລະດົມພະນັກງານ, ນັກຮົບ 3.369 ຄົນ, ທະຫານລາດ 2.040 ຄົນ ແລະພາຫະນະ 155 ຄັນຊ່ວຍປະຊາຊົນນະຄອນດ່ານັ້ງ ແລະແຂວງກວ໋າງຫງາຍ. ເຫຼົ່າທັບເຮືອ ໄດ້ລະດົມພະນັກງານ, ນັກຮົບ 176 ຄົນ ແລະພາຫະນະ 28 ຄັນ; ໜູນຊ່ວຍອາຫານແຫ້ງ 62 ກິໂລກຣາມ, ເງິນສົດ 193 ລ້ານດົ່ງ, ນ້ຳຈືດ 18 ຕາແມັດ; ເຮັດອະນາໄມ ແລະສີດຢາຂ້າເຊື້ອພະຍາດຢູ່ບັນດາຕາແສງຂຶ້ນກັບນະຄອນດ່ານັ້ງ ແລະນະຄອນເຫ້ວ. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ລະດົມພະນັກງານ, ນັກຮົບ 250 ຄົນ ແລະພາຫະນະ 7 ຄັນ ເພື່ອຊ່ວຍປະຊາຊົນເຮັດອະນາໄມເສັ້ນທາງຄົມມະນາຄົມ 8 ກິໂລແມັດ ແລະອະນາໄມສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ຽນບານ, ນະຄອນດ່ານັ້ງ. ກອງບັນຊາການທະຫານຊາຍແດນນະຄອນເຫ້ວ ແລະນະຄອນດ່ານັ້ງ ໄດ້ລະດົມພະນັກງານ, ນັກຮົບ 630 ຄົນ ແລະພາຫະນະ 19 ຄັນ; ຍົກຍ້າຍ 56 ຄອບຄົວ, ມີ 222 ຄົນ ແລະຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ ຢູ່ບັນດາແຂວງ, ນະຄອນ: ຮ່າຕິ້ງ, ກວ໋າງຈິ, ກວ໋າງຫງາຍ, ເຫ້ວ, ດ່ານັ້ງ. ກອງພົນໃຫຍ່ 34 ໄດ້ລະດົມພະນັກງານ, ນັກຮົບ 209 ຄົນ ແລະພາຫະນະ 14 ຄັນ ເຮັດອະນາໄມ ແລະຖົມດິນ 1.200 ແມັດກ້ອນ ຢູ່ຕາແສງ ຫງອກລິງ, ແຂວງກວ໋າງຫງາຍ.

* ໃນວັນທີ 2 ພະຈິກ, ຄະນະປະຕິບັດງານກອງພັນໃຫຍ່ 351 (ທະຫານເຮືອເຂດ 3) ໄດ້ລົງຢ້ຽມຢາມຖາມຂ່າວ, ໃຫ້ກໍາລັງໃຈ ແລະມອບຂອງຂວັນ 162 ພູດ ໃຫ້ປະຊາຊົນບັນດາຕາແສງ: ຟອງຢິງ, ຟອງກວ໋າງ ແລະຟອງດ່ຽນ (ນະຄອນເຫ້ວ) ທີ່ໄດ້ຮັບຜົນເສຍຫາຍອັນໜັກໜ່ວງຈາກຝົນນໍ້າຖ້ວມ. ໃນຊຸມວັນຜ່ານມາ, ກອງພັນໃຫຍ່ 351 ໄດ້ລະດົມພະນັກງານ, ນັກຮົບນັບຮ້ອຍເທື່ອຄົນ ແລະພາຫະນະຊ່ວຍປະຊາຊົນທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ...

ໂດຍ: ໄຊຊະນະ