ໃນແຕ່ລະຄັ້ງທີ່ມີການແຈ້ງເຕືອນກ່ຽວກັບພາຍຸ, ພະນັກງານ, ນັກຮົບຕໍາຫຼວດທະເລ ໄດ້ຈັດຕັ້ງ, ແນະນໍາ ແລະຊ່ວຍພວກຂ້າພະເຈົ້າ ນຳເອົາກໍາປັ່ນທີ່ຢູ່ນອກຝັ່ງທະເລໄປຍັງບ່ອນຫຼີກລ້ຽງພາຍຸທີ່ປອດໄພໂດຍກົງ. ສະນັ້ນ, ຄວາມເສຍຫາຍທີ່ ພາຍຸກໍ່ຂຶ້ນໃຫ້ຊາວປະມົງຄືພວກຂ້າພະເຈົ້າ ຈຶ່ງຖືກຫຼຸດຜ່ອນຫຼາຍທີ່ສຸດ. ພວກຂ້າພະເຈົ້າ ຜູ້ໃດກໍ່ລ້ວນແຕ່ຮູ້ບຸນຄຸນທະຫານ…” ນັ້ນແມ່ນການແບ່ງປັນຂອງທ່ານ ຫງວຽນວັນຕື, ອາໄສຢູ່ເຂດ ຫວູງດຶກ, ຕາແສງເກິມຝາ (ແຂວງກວາງນິງ).

ຕາມທ່ານພັນເອກ ເລແອັງເຊີນ, ຫົວໜ້າການເມືອງ ກອງພັນເຮືອ 11, ຕໍາຫຼວດທະເລເຂດ 1 ໃຫ້ຮູ້ວ່າ: ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພາຫະນະ ຄື: ເຮືອ, ກໍາປັ່ນ, ກ່ອນທີ່ພາຍຸຈະພັດເຂົ້າ, ກອງພັນເຮືອ ໄດ້ຈັດກໍາລັງເປັນເຈົ້າການໜູນຊ່ວຍຊາວປະມົງ ເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍຈາກ ພາຍຸໃຫ້ໄດ້ຢ່າງສຸດຂີດ. ກອງພັນເຮືອ ຍັງໄດ້ຮັກສາກຳລັງ ແລະພາຫະນະເພື່ອປະຈໍາການກຽມພ້ອມປະຕິບັດໜ້າທີ່ຊອກຫາ, ກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນເມື່ອເກີດເຫດ.

leftcenterrightdel
ພະນັກງານກອງພັນເຮືອ 11 ໂຄສະນາ, ຮຽກຮ້ອງໃຫ້ຊາວປະມົງ ປະຕິບັດຕາມຂໍ້ກໍານົດ ຢູ່ບ່ອນຫຼີກລ້ຽງພາຍຸ. ພາບ: ແມັ້ງເທື່ອງ

ໂດຍຮັບຮູ້ມາວ່າ, ໃນລະດູຝົນ, ພາຍຸ, ກອງພັນເຮືອ 11 ໄດ້ສ້າງຕັ້ງໜ່ວຍປະຕິບັດງານ ເພື່ອດໍາເນີນການໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍ, ໜູນຊ່ວຍເຮືອຫາປານັບພັນລຳ. ພະນັກງານ, ນັກຮົບຂອງກອງພັນເຮືອ ໄດ້ໄປຍັງບ່ອນທີ່ເຮືອ ແລະກໍາປັ່ນຫຼີກລ້ຽງພາຍຸ  ເພື່ອດໍາເນີນການກວດກາຄວາມປອດໄພ ແນໃສ່ໃຫ້ຄໍາປຶກສາແກ່ຊາວປະມົງ ກ່ຽວກັບວິທີການຕ້ານພາຍຸໃຫ້ທັນການ ແລະມີປະສິດທິຜົນທີ່ສຸດ. ພ້ອມທັງແຈກໃບປິວໂຄສະນານັບໝື່ນໃບ, ເຕືອນໃຫ້ປະຊາຊົນປະຕິບັດຂໍ້ກຳນົດໃນການປ້ອງກັນ, ຕ້ານພາຍຸຂອງທຸກຂັ້ນຢ່າງເຂັ້ມງວດ, ເດັດຂາດບໍ່ໃຫ້ອອກໄປຈາກບ່ອນຫຼີກລ້ຽງພາຍຸ ເມື່ອຍັງບໍ່ທັນໄດ້ຮັບອະນຸຍາດ ເພື່ອຮັບປະກັນຄວາມປອດໄພ. ໜ່ວຍປະຕິບັດງານ ຂອງກອງພັນເຮືອ ຍັງໄດ້ຊ່ວຍຊາວປະມົງມັດເຮືອ, ມັດກໍາປັ່ນ, ກະຊັງລ້ຽງສິນໃນນ້ຳ, ກວດກາເບິ່ງເຊືອກ, ເສື້ອຊູຊີບ, ເກັບມ້ຽນແຫ, ອຸປະກອນຫາປາ; ຮຽກຮ້ອງໃຫ້ພາຫະນະ ແລະຊາວປະມົງໄປຢູ່ບ່ອນຫຼີກລ້ຽງພາຍຸທີ່ປອດໄພ... ທາງກົມກອງຍັງໄດ້ຢ້ຽມຢາມຖາມຂ່າວ ແລະມອບທຸງຊາດນັບສິບຜືນ, ເຂົ້າສານຫຼາຍສິບໂຕນ ແລະເຄື່ອງຂອງທີ່ຈໍາເປັນໃຫ້ແກ່ຊາວປະມົງ ...

ທ່ານນາງ ລ້າຍທິຮ່າ, ຜູ້ລ້ຽງສິນໃນນໍ້າໃສ່ກະຊັງ ຢູ່ຕາແສງຮ່າເລິ່ມ (ແຂວງກວາງນິງ) ແບ່ງປັນວ່າ: “ສອງສາມປີມານີ້, ພາຍຸໄດ້ພັດເຂົ້າຢ່າງລຽນຕິດ, ສະນັ້ນ, ຜູ້ທີ່ມີອາຊີບກ່ຽວກັບທະເລ ຄືພວກຂ້າພະເຈົ້າ ແມ່ນປະສົບຄວາມລຳບາກຫຼາຍ. ໃນຍາມເກີດໄພພິບັດທຳມະຊາດ, ດ້ວຍຄວາມເອົາໃຈໃສ່, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະ ມອບຂອງຂວັນຈາກພະນັກງານ, ນັກຮົບຕໍາຫຼວດທະເລ, ຄອບຄົວຂ້າພະເຈົ້າ ແລະຊາວປະມົງ ລ້ວນແຕ່ດີໃຈ, ມີຄວາມອຸ່ນອ່ຽນໃຈກວ່າ ແລະຍາມໃດກໍ່ມີຄວາມເຊື່ອໝັ້ນ, ປະຕິບັດຕາມເນື້ອໃນທີ່ໄດ້ຮັບຈາກການໂຄສະນາຢ່າງເຂັ້ມງວດ...”.

ໂດຍ: ທູຈາງ