ມານະພະຍາຍາມຊ່ວຍເຫຼືອປະຊາຊົນເຮັດອະນາໄມຫຼັງນໍ້າຖ້ວມ
ພາຍຫຼັງເວລາເກືອບ 1 ອາທິດທີ່ລະດົມແຫຼ່ງກໍາລັງ, ວັດຖຸ ເພື່ອເຮັດວຽກທັງກາງເວັນ ແລະກາງຄືນ, ພະນັກງານ, ນັກຮົບກອງບັນຊາການທະຫານນະຄອນດ່າໜັງ ແລະບັນດາແຂວງຄື ກວາງຫງາຍ, ຢາລາຍ, ດັກລັກ, ແຄ໋ງຮ່ວາ ໄດ້ຂູດ, ມ້ຽນດິນຫີນນັບພັນແມັດກ້ອນ, ປະກອບສ່ວນຊວ້ຽນດິນເຈື່ອນຕັນທາງຄົມມະນາຄົມອອກ ເພື່ອຂົນສົ່ງສະບຽງອາຫານໄປໜູນຊ່ວຍປະຊາຊົນຢູ່ເຂດທີ່ຖືກຕັດຂາດໂດດດ່ຽວ; ໂຮງຮຽນ, ຮາກຖານການແພດ, ສໍານັກງານເຮັດວຽກ, ຫໍວັດທະນະທໍາ... ນັບຮ້ອຍແຫ່ງຖືກນໍ້າຖ້ວມເຕັມແຕ່ຂີ້ຕົມ, ຂີ້ເຫຍື້ອ ໂດຍທະຫານ, ທະຫານລາດ ໄດ້ຮ່ວມແຮງຮ່ວມໃຈພ້ອມກັນເຮັດອະນາໄມ.
    |
 |
|
ລົດຫຸ້ມເກາະຂອງກອງບັນຊາການທະຫານແຂວງກວາງຫງາຍ ກຽມພ້ອມເຄື່ອນທີ່ ເພື່ອຮັບມືກັບພາຍຸ ລູກທີ 13. ພາບ: qdnd.vn |
ວັນທີ 5 ພະຈິກ, ພະນັກງານ, ນັກຮົບທະຫານເຂດ 5 ເກືອບ 2.000 ຄົນ ແລະບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດ ທີ່ຕັ້ງທັບຢູ່ບໍລິເວນຍັງຕັ້ງໜ້າເສີມສ້າງຄັນຄູ ອານເລືອງ, ອານບ່າງ ເພື່ອສະກັດກັ້ນບໍ່ໃຫ້ນໍ້າໄຫຼເຂົ້າຖ້ວມເຂດຊຸມຊົນ, ພ້ອມທັງເລັ່ງຄວາມໄວໃນການທໍາຄວາມສະອາດ, ເຮັດອະນາໄມ, ມ້ຽນຂີ້ຕົມລຽບຕາມເສັ້ນທາງຢູ່ເມືອງເກົ່າໂຮ້ຍອານ, ເຂດຊຸມຊົນດ້ຽນບ່ານ, ດ້າຍລົກ, ຮວ່າວາງ, ຮວ່າຕ໊ຽນ (ດ່າໜັງ)...
ທ່ານພັນຕີ ຫງວຽນແທ່ັງລວນ, ຫົວໜ້າການທະຫານກອງພັນ 111, ກອງບັນຊາການປ້ອງກັນເຂດ 5-ດ້ຽນບ່ານ (ກອງບັນຊາການທະຫານນະຄອນ ດ່າໜັງ), ໃຫ້ຮູ້ວ່າ: ນ້ຳຖ້ວມຍິ່ງຂຶ້ນແລ້ວຫຼຸດລົງນັ້ນ, ໄດ້ເຮັດໃຫ້ຂີ້ຕົມໄຫຼເຂົ້າຖ້ວມຖະໜົນຫົນທາງຢູ່ໂຮ້ຍອານ. ແຕ່ວັນທີ 31 ຕຸລາ ມາຮອດປະຈຸບັນ, ທາງກົມກອງໄດ້ເຂົ້າຮ່ວມການມ້ຽນລ້າງຂີ້ຕົມ, ເກັບຂີ້ເຫຍື້ອຢູ່ເຂດວັດຂົວ ແລະຢູ່ລຽບຕາມຝັ່ງແມ່ນ້ຳຮວ່າຍ 3 ຄັ້ງແລ້ວ. ວຽກງານລໍາບາກໜັກໜ່ວງກໍ່ຕາມ ແຕ່ພະນັກງານ, ນັກຮົບລ້ວນແຕ່ຍົກສູງນ້ຳໃຈຄວາມຮັບຜິດຊອບຂອງຕົນ, ຕັດສິນໃຈປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.”
ຈັດກຳລັງທະຫານ ເພື່ອປ້ອງກັນ ແລະຕ້ານພາຍຸລູກທີ 13
ຄາດວ່າ, ວັນທີ 7 ພະຈິກ, ພາຍຸລູກທີ 13 ດ້ວຍລະດັບລົມແຮງຂັ້ນ 12-14 ຈະພັດເຂົ້າບັນດາທ້ອງຖິ່ນ ແຕ່ນະຄອນ ດ່າໜັງ ຈົນຮອດແຂວງ ແຄ໋ງຮ່ວາ. ໂດຍກຳນົດວ່າ ວຽກງານປ້ອງກັນ ແລະຕ້ານໄພທຳມະຊາດ ແມ່ນໜ້າທີ່ຕໍ່ສູ້ໃນຍາມສັນຕິສຸກ, ກຳລັງປະກອບອາວຸດບັນດາແຂວງ, ນະຄອນ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະກໍາລັງກ່ຽວຂ້ອງຈັດການຍົກຍ້າຍປະຊາຊົນ 2.300 ກວ່າຄອບຄົວດ້ວຍປະຊາຊົນເກືອບ 10.000 ຄົນຢູ່ເຂດອັນຕະລາຍໄປຍັງບ່ອນປອດໄພ.
ຕອນເຊົ້າວັນທີ 5 ພະຈິກ, ພະນັກງານ, ນັກຮົບປະມານ 1.000 ຄົນ ພ້ອມດ້ວຍລົດໂອໂຕ 48 ຄັນ, ລົດຫຸ້ມເກາະ 6 ຄັນ, ເຮືອ 27 ລຳ, ຜ້າເຕັ້ນ 147 ອັນ, ເສື້ອຊູຊີບ 4.000 ຜືນໂດຍກອງບັນຊາການທະຫານແຂວງຢາລາຍ ລະດົມເພື່ອຮັບມືກັບພາຍຸ. ກົມກອງຍັງໄດ້ເປັນເຈົ້າການນຳເອົາພາຫະນະຂອງກອງຮ້ອຍເຮືອທະຫານຊາຍແດນ 2 (ກອງບັນຊາການທະຫານຊາຍແດນແຂວງຢາລາຍ) ໄປຈອດໄວ້ຢູ່ທ່າເຮືອ; ສົມທົບກັບທ່າກຳປັ່ນກຸຍເຍີນ, ເດ່ກີ, ຕາມກວານ ເພື່ອໜູນຊ່ວຍຊາວປະມົງໃນການຍົກຍ້າຍກະຊັງລ້ຽງສິນໃນນ້ຳໄປຍັງເຂດປອດໄພ...
    |
 |
|
ທະຫານລາດຕາແສງ ໂຮ້ຍອານ, ນະຄອນດ່າໜັງ ຕັ້ງໜ້າລ້າງຂີ້ຕົມຢູ່ຕາມຖະໜົນຫົນທາງພາຍຫຼັງນ້ຳແຫ້ງ. ພາບ: qdnd.vn |
ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກພາຍຸນ້ຳຖ້ວມ, ກອງບັນຊາການທະຫານແຂວງດັກລັກ ໄດ້ຊີ້ນຳບັນດາກົມກອງຮັກສາລະບອບປະຈໍາການ ແລະຮັບມືກັບພາຍຸ ແລະນ້ຳຖ້ວມ. ກໍາລັງປະກອບອາວຸດແຂວງ ຍັງໄດ້ລົງກວດກາຄືນບັນດາເຂດທີ່ມີຄວາມສ່ຽງອາດຈະເກີດດິນເຊາະເຈື່ອນ, ເຂດທີ່ອາດຈະເກີດນໍ້າໄຫຼຊຸ, ນໍ້າແກ່ງ, ນໍ້າຖ້ວມ; ກະກຽມກໍາລັງ, ພາຫະນະຢ່າງພຽງພໍກຽມພ້ອມເຄື່ອນທີ່ ເພື່ອຮັບມືເມື່ອມີກໍລະນີເກີດຂຶ້ນ.
ທ່ານພັນເອກພິເສດ ນີເອ ຕາ, ຫົວໜ້າການທະຫານກອງບັນຊາການທະຫານແຂວງດັກລັກ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການທີ່ສັບສົນຂອງພາຍຸ ລູກທີ 13, ກອງບັນຊາການທະຫານແຂວງ ໄດ້ຊີ້ນໍາກອງບັນຊາການທະຫານຊາຍແດນແຂວງ ສົມທົບກັບບັນດາອົງການ, ກົມກອງເພື່ອແຈ້ງຂ່າວ, ຮຽກຮ້ອງ, ແນະນໍາໃຫ້ບັນດາເຈົ້າຂອງພາຫະນະ ຮັບຊາບທິດເດີນຂອງພາຍຸ ເພື່ອເປັນເຈົ້າການປ້ອງກັນ ແລະຫຼີກລ້ຽງພາຍຸ, ພ້ອມທັງກວດກາເຂດຈອດ, ຮັບປະກັນໃຫ້ກໍາປັ່ນ, ເຮືອລໍາຕ່າງໆ ຫຼີກລ້ຽງພາຍຸ. ພວກຂ້າພະເຈົ້າໄດ້ລະດົມພະນັກງານ ແລະນັກຮົບເກືອບ 15.000 ຄົນເຂົ້າຮ່ວມເພື່ອຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ຮອດຕອນບ່າຍວັນທີ 5 ພະຈິກ, ກຳປັ່ນ ແລະເຮືອສ່ວນຫຼາຍຂອງແຂວງ ໄດ້ໄປຈອດໄວ້ຢູ່ເຂດປອດໄພ.
ດ້ວຍທິດນໍາທີ່ວ່າ: “ເປັນເຈົ້າການປ້ອງກັນ, ຮັບມືຢ່າງທັນການ, ແກ້ໄຂຢ່າງຮີບດ່ວນ ແລະມີປະສິດທິຜົນ”, ການນຳ, ຜູ້ບັນຊາການທຸກຂັ້ນໃນກໍາລັງປະກອບອາວຸດທະຫານເຂດ 5 ແລະກົມກອງຕ່າງໆທີ່ຕັ້ງທັບຢູ່ໃນບໍລິເວນໄດ້ລົງກວດກາ, ກະຕຸກຊຸກຍູ້, ປະຕິບັດວຽກງານຮັບປະກັນຄວາມປອດໄພໃຫ້ລະບົບສາງ, ຄ້າຍທະຫານ ແລະການເຄື່ອນໄຫວຂອງທະຫານຢ່າງເປັນປະຈໍາ; ພ້ອມທັງ ຕັ້ງໜ້າກວດກາຄືນ, ດັດປັບ, ສ້າງແຜນການໃຫ້ເໝາະສົມກັບສະພາບຕົວຈິງ; ຈັດກຳລັງ ແລະພາຫະນະໄວ້ລ່ວງໜ້າຢູ່ເຂດທີ່ມີຄວາມສ່ຽງສູງ ເພື່ອເຄື່ອນທີ່ ແລະຊ່ວຍເຫຼືອປະຊາຊົນໃຫ້ທັນເວລາເມື່ອມີກໍລະນີເກີດຂຶ້ນ.
ໂດຍ: ທູຈາງ