ແພດທະຫານຫວຽດນາມ-ກໍາປູເຈຍ ກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຂວງໄຕນິງ
ກປ.ອອນໄລ - ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2, ໃນວັນທີ 6 ພະຈິກ, ທີ່ຕາແສງລອງຖ້ວນ (ແຂວງ ໄຕນິງ), ກຳລັງແພດທະຫານຂອງສອງປະເທດ ໄດ້ສົມທົບກັນກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເກືອບ 1.000 ຄົນ ທີ່ເປັນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນ.
ລາຍການດັ່ງກ່າວ ໂດຍກົມໃຫຍ່ພະລາທິການ-ເຕັກນິກ ຊີ້ນໍາກົມເສນາຮັກ ປະຕິບັດ, ໂຮງໝໍກອງທັບ 175 ເປັນກຳລັງວິຊາສະເພາະຫຼັກແຫຼ່ງ. ຢູ່ສະຖານທີ່ກວດພະຍາດ, ກຳລັງເສນາຮັກສອງປະເທດ ໄດ້ຈັດບ່ອນກວດພະຍາດດ້ວຍຫຼາຍຂະແໜງ, ມີອຸປະກອນການແພດທີ່ທັນສະໄໝຈໍານວນໜຶ່ງ. ຄົນເຈັບໄດ້ຮັບການກວດພະຍາດໂດຍແພດທະຫານຫວຽດນາມ ແລະກຳປູເຈຍ, ດ້ວຍການສະໜັບສະໜູນດ້ານການແປພາສາຈາກພະນັກງານທະຫານຊາຍແດນ.
    |
 |
|
ການນໍາໂຮງໝໍກອງທັບ 175, ການນໍາຕາແສງລອງຖ້ວນ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈທ່ານໝໍ ແລະຄົນເຈັບ. ພາບ: qdnd.vn |
ກ່ອນໜ້ານີ້, ໃນວັນທີ 5 ພະຈິກ, ແພດທະຫານສອງປະເທດ ດໍາເນີນການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າຢູ່ຕາແສງ Kokisom, ເມືອງ Svay Tiep, ແຂວງ Svay Rieng (ກໍາປູເຈຍ). ລາຍການດັ່ງກ່າວເພື່ອແນໃສ່ຊ່ວຍໃຫ້ປະຊາຊົນຢູ່ເຂດຊາຍແດນໄດ້ຮັບການສົ່ງເສີມສຸຂະພາບ ແລະເຂົ້າເຖິງການບໍລິການການແພດທີ່ມີຄຸນນະພາບ; ພ້ອມທັງເປັນໂອກາດເພື່ອໃຫ້ກອງທັບສອງປະເທດ ຫວຽດນາມ-ກຳປູເຈຍ ພົບປະແລກປ່ຽນ, ແບ່ງປັນ ແລະຮໍ່າຮຽນເຊິ່ງກັນ ແລະກັນຈາກປະສົບການດ້ານວິຊາການວິຊາສະເພາະ, ຮັດແໜ້ນຄວາມສາມັກຄີ, ຄວາມສະໜິດຕິດພັນ.
ໂດຍ: ຈາງຫງວຽນ