ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2 ຈະດຳເນີນແຕ່ວັນທີ 13 ຫາວັນທີ 14 ພະຈິກ
ກປ.ອອນໄລ - ຕອນເຊົ້າວັນທີ 5 ພະຈິກ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມຂ່າວນຳສະເໜີກ່ຽວກັບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2. ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເປັນປະທານກອງປະຊຸມຂ່າວ.
ຕາມທ່ານພັນເອກພິເສດ ດັ້ງແທງມິນ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ຄັ້ງທີ 2 ຈະດຳເນີນແຕ່ວັນທີ 13 ຫາວັນທີ 14 ພະຈິກ, ທີ່ແຂວງໄຕນິງ ຂອງຫວຽດນາມ ແລະແຂວງ Svay Rieng ຂອງກຳປູເຈຍ.
    |
 |
|
ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເປັນປະທານກອງປະຊຸມຂ່າວ. ພາບ: qdnd.vn |
ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນກໍາປູເຈຍ ນໍາໂດຍ ທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ. ໃນຂອບເຂດງານພົບປະແລກປ່ຽນຈະມີຫຼາຍກິດຈະກໍາການເຄື່ອນໄຫວທີ່ມີຄວາມໝາຍ ຄື: ເຄົາລົບ, ແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ຝຶກຊ້ອມແພດທະຫານຮ່ວມ; ພິທີເປີດນໍາໃຊ້ເຂດເຄິ່ງກິນນອນໂຮງຮຽນປະຖົມສົມບູນທີ່ແຂວງໄຕນິງ; ພິທີແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ; ການລາດຕະເວນຮ່ວມລະຫວ່າງກຳລັງຄຸ້ມຄອງ, ປ້ອງກັນຊາຍແດນຂອງສອງປະເທດ; ພິທີລົງມືກໍ່ສ້າງໂຄງການມິດຕະພາບໂຮງຮຽນປະຖົມສົມບູນຢູ່ແຂວງ Svay Rieng; ການພົບປະສອງຝ່າຍ ແລະລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງກະຊວງປ້ອງກັນປະເທດ... ກ່ອນງານພົບປະແລກປ່ຽນຈະດໍາເນີນການພົບປະແລກປ່ຽນນາຍທະຫານໜຸ່ມເຂດຊາຍແດນ ຫວຽດນາມ-ກໍາປູເຈຍ; ກໍາລັງແພດທະຫານຂອງສອງປະເທດ ຈະສົມທົບກັນກວດກາ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນສອງຟາກຊາຍແດນ.
ທ່ານພົນຕີ ຫງວຽນວັນດຶກ ເນັ້ນໜັກວ່າ “ບົນພື້ນຖານທີ່ກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ ແລະກຳປູເຈຍ ຈັດຕັ້ງສໍາເລັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຄັ້ງທໍາອິດໃນປີ 2022, ງານພົບປະແລກປ່ຽນຄັ້ງນີ້ແມ່ນໜຶ່ງໃນບັນດາເຫດການ, ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສຳຄັນໃນປີ 2025 ຂອງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ. ຜົນສຳເລັດຂອງງານພົບປະແລກປ່ຽນຈະພິສູດໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານອັນດີງາມລະຫວ່າງຫວຽດນາມ ແລະກຳປູເຈຍ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມື, ພິເສດແມ່ນລະຫວ່າງກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ, ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ກຳປູເຈຍ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ໄຊຊະນະ