ກະຊວງປ້ອງກັນປະເທດ ກວດກາການຕ້ານການຂຸດຄົ້ນ IUU ຢູ່ອານຢາງ
ກປ.ອອນໄລ - ໃນລະຫວ່າງວັນທີ 6-7 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ນໍາໂດຍທ່ານພົນຈັດຕະວາ ຮວ່າງຮືວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ໄດ້ລົງກວດກາການປະຕິບັດວຽກງານຕ້ານການຂຸດຄົ້ນ IUU ສູງສຸດຂອງກົມກອງໃນບໍລິເວນແຂວງອານຢາງ.
    |
 |
|
ທ່ານພົນຈັດຕະວາ ຮວ່າງຮືວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ທຸ໊ຍອານ |
ໄປກວດກາຢູ່ປ້ອມຄວບຄຸມຊາຍແດນແກັງຣ່າຍ, ປ້ອມຄວບຄຸມຊາຍແດນເຢືອງດົງ (ທະຫານຊາຍແດນແຂວງອານຢາງ) ແລະກອງບັນຊາການຕໍາຫຼວດທະເລເຂດ 4, ຄະນະປະຕິບັດງານໄດ້ຕີລາຄາສູງການສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາກຳລັງໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU. ບັນດາກົມກອງໄດ້ຜັນຂະຫຍາຍຫຼາຍມາດຕະການເພີ່ມທະວີການຄວບຄຸມກໍາປັ່ນເຂົ້າ ແລະອອກທ່າ; ປະສານສົມທົບກັນແກ້ໄຂກໍລະນີລະເມີດກົດໝາຍຢ່າງເຂັ້ມງວດ, ບໍ່ປະໃຫ້ເກີດຂຶ້ນຈຸດຮ້ອນ.
ຄະນະປະຕິບັດງານ ສະເໜີບັນດາກົມກອງສືບຕໍ່ປະຕິບັດການຊີ້ນໍາຂອງນາຍົກລັດຖະມົນຕີກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງເຂັ້ມງວດ; ເດັດດ່ຽວແກ້ໄຂ ແລະສະກັດກັ້ນບັນດາກໍາປັ່ນລ່ວງລະເມີດເຂດທະເລຂອງຕ່າງປະເທດ, ເພີ່ມທະວີການຕິດຕາມກວດກາກໍາປັ່ນຢູ່ນອກແຂວງ ແລະຍົກສູງການສົມທົບລະຫວ່າງບັນດາກຳລັງຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຍົກເລີກ “ບັດເຫຼືອງ” ສິນໃນນ້ຳຂອງຄະນະກຳມະການເອີລົບ (EC) ໂດຍໄວ.
ໂດຍ: ເຈິ່ນຮວ່ຽນ