ສໍາເລັດວຽກງານກະກຽມໃຫ້ແກ່ການຝຶກຊ້ອມ VINBAX 2025
ກປ.ອອນໄລ - ວັນທີ 7 ພະຈິກ, ທ່ານພົນໂທ ຟຸ່ງສີ້ເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາວຽກງານກະກຽມໃຫ້ແກ່ການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2025 (VINBAX 2025), ຄາດຄະເນວ່າຈະດຳເນີນໃນລະຫວ່າງວັນທີ 11-27 ພະຈິກ ຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4.
ທີ່ສະໜາມຝຶກແອບຂອງກອງພັນ 31, ກອງພົນນ້ອຍ 28, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ທ່ານພົນໂທ ຟຸ່ງສີ້ເຕິ໊ນ ໄດ້ກວດກາລະບົບສະໜາມຝຶກຊ້ອມຈໍາລອງ, ເຂດຈັດວາງກໍາລັງ ແລະແຜນງານປະສານສົມທົບການຝຶກຊ້ອມສະພາວະການ. ທ່ານພົນໂທ ຟຸ່ງສີ້ເຕິ໊ນ ຮຽກຮ້ອງກົມຮັກສາສັນຕິພາບຫວຽດນາມ ສົມທົບກັບອົງການທີ່ກ່ຽວຂ້ອງກໍ່ສ້າງສະໜາມຝຶກຊ້ອມຕິດກັບຕົວຈິງບໍລິເວນຄະນະປະຕິບັດງານ, ຮັບປະກັນພື້ນຖານວັດຖຸ, ອຸປະກອນຮັບໃຊ້ການຝຶກຊ້ອມ.
    |
 |
|
ທ່ານພົນໂທ ຟຸ່ງສີ້ເຕິ໊ນ ໃສ່ໃຈວ່າວຽກງານກະກຽມຕ້ອງໄດ້ປະຕິບັດຢ່າງລະອຽດ, ລອບຄອບ ແລະເຄົາລົບນັບຖື. ພາບ: ຫງອັກທື |
ທີ່ເວທີ, ເຂດຫ້ອງບັນຍາຍ ແລະເຂດຕ້ອນຮັບແຂກສາກົນຂອງສູນຝຶກແອບການທະຫານແຫ່ງຊາດ ເລກ 4, ທ່ານພົນໂທ ຟຸ່ງສີ້ເຕິ໊ນ ຮຽກຮ້ອງກະກຽມລະບົບຫ້ອງຮຽນ, ຫ້ອງພາລະບົດບາດຢ່າງລອບຄອບ, ຮັບປະກັນການສື່ສານລຸລ່ວງໄປດ້ວຍດີ; ວຽກງານພິທີການ, ພະລາທິການ, ຮັບປະກັນຄວາມໝັ້ນຄົງໄດ້ປະຕິບັດຖືກຕ້ອງຕາມຂໍ້ກຳນົດ, ສະຫງ່າຜ່າເຜີຍ ແລະປອດໄພ... ພ້ອມທັງບັນດາອົງການ, ກົມກອງສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ກວດກາຄືນ ແລະສໍາເລັດບັນດາເນື້ອໃນທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນການຈັດຕັ້ງການຝຶກຊ້ອມ VINBAX 2025 ປະສົບຜົນສໍາເລັດ, ເພີ່ມທະວີການຮ່ວມມື ແລະຄວາມເຂົ້າໃຈລະຫວ່າງກອງທັບສອງປະເທດ ຫວຽດນາມ-ອິນເດຍ ໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ.
ການຝຶກຊ້ອມ VINBAX ແມ່ນການເຄື່ອນໄຫວຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນລະຫວ່າງກອງທັບສອງປະເທດ ຫວຽດນາມ-ອິນເດຍ ໃນຊຸມປີມໍ່ໆມານີ້. ເລື່ອງຫວຽດນາມ ແລະອິນເດຍ ສົມທົບກັນຈັດຕັ້ງການຝຶກຊ້ອມສອງຝ່າຍປະຈຳປີກ່ຽວກັບການຮັກສາສັນຕິພາບຢູ່ແຕ່ລະປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງແທດຈິງ ແລະມີປະສິດທິຜົນ, ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຂອງກອງທັບສອງປະເທດໃນຄວາມມານະພະຍາຍາມປະກອບສ່ວນເພື່ອພາລະກໍາຮັກສາສັນຕິພາບຂອງ ສປຊ.
ໂດຍ: ເຈິ່ນຮວ່ຽນ