ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນຈຸດປະກາຍແຈ້ງໃນການພົວພັນຫວຽດນາມ - ອາເມລິກາ
ຕອນບ່າຍວັນທີ 2 ພະຈິກ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
    |
 |
|
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍພາຍຫຼັງພິທີຕ້ອນຮັບ, ສອງຝ່າຍ ໄດ້ເນັ້ນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ແມ່ນຈຸດປະກາຍແຈ້ງໃນການພົວພັນສອງຝ່າຍ. ໃນນັ້ນ, ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ, ທາດພິດເຄມີທີ່ຕົກຄ້າງຫຼັງສົງຄາມ, ຫວຽດນາມ ໄດ້ຕີລາຄາສູງເລື່ອງອາເມລິກາ ປະກາດບ້ວງເງິນໜູນຊ່ວຍໃໝ່ທີ່ມີມູນຄ່າ 130 ລ້ານໂດລາສະຫະລັດ ທີ່ສະຫງວນໃຫ້ແກ່ໂຄງການກຳຈັດມົນລະຜິດດີໂອຊິນ ຢູ່ເຂດສະໜາມບິນ ບຽນຮວ່າ, ຍົກລະດັບບ້ວງເງິນຊ່ວຍເຫຼືອລ້າຂອງ ລັດຖະບານ ອາເມລິກາ ໃຫ້ແກ່ ຫວຽດນາມ ຂຶ້ນເຖິງ 430 ລ້ານໂດລາສະຫະລັດ.
    |
 |
|
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ເສນາຮັກ, ໜູນຊ່ວຍດ້ານມະນຸດສະທຳ/ກອບກູ້ໄພພິບັດ, ຄວາມໝັ້ນຄົງທາງໄຊເບີ, ຮັກສາສັນຕິພາບ ສປຊ… ສືບຕໍ່ສົມທົບກັນໃນບັນດາກົນໄກປ້ອງກັນຊາດຫຼາຍຝ່າຍ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ໃນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແບ່ງປັນບົດຮຽນປະສົບການໃນຂົງເຂດຄວາມໝັ້ນຄົງທາງໄຊເບີ. ຫວຽດນາມ ພ້ອມແລ້ວທີ່ຈະເຊີນບັນດານາຍທະຫານ ອາເມລິກາ ມາຮຽມພາສາຫວຽດນາມ ແລະ ເຂົ້າຮ່ວມຊຸດຝຶກອົບຮົບເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ ຫວຽດນາມ.
ໂອກາດນີ້, ສອງຝ່າຍຍັງໄດ້ແບ່ງປັນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ