leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຈູແອງ

ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ຜູ້ບັນຊາການຕໍາຫຼວດທະເລ ເຂດ 2 ແລະທ່ານພົນຈັດຕະວາ Agapito B Bibat ຜູ້ບັນຊາການເຂດໃຈກາງ Visayas, ກໍາລັງປ້ອງກັນຝັ່ງທະເລ ຟີລິປິນ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ສອງຫົວໜ້າຄະນະແລກປ່ຽນບົດບັນທຶກທີ່ກອງປະຊຸມ. ພາບ: ຈູແອງ

ສອງຝ່າຍພ້ອມກັນຕີລາຄາສູງການປະຕິບັດບັນດາຄໍາໝັ້ນສັນຍາຮ່ວມມືສອງຝ່າຍຂອງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໃນໄລຍະຜ່ານມາ ດ້ວຍຫຼາຍຈຸດພົ້ນເດັ່ນທີ່ສໍາຄັນ ຄື: ສົ່ງກໍາປັ່ນມາຢ້ຽມຢາມ, ພົບປະແລກປ່ຽນ, ແບ່ງປັນບົດຮຽນ ແລະຈັດຕັ້ງການຝຶກຊ້ອມຮ່ວມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ. ພາບ: ຈູແອງ

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາ, ເພີ່ມທະວີການຮ່ວມມືສອງຝ່າຍບົນຈິດໃຈບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລ ທີ່ໄດ້ລົງນາມ ໃນເດືອນມັງກອນ ປີ 2024; ຈັດຕັ້ງການສົນທະນາເພື່ອປະຊາຄົມການເດີນທະເລໃນພາກພື້ນ ຢ່າງເປັນປະຈໍາ; ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະຝຶກຊ້ອມຮ່ວມ; ຕັ້ງໜ້າເຂົ້າຮ່ວມບັນດາໂຄງການ, ຊຸດຝຶກອົບຮົມ, ກອງປະຊຸມ ໂດຍ ແຕ່ລະຝ່າຍເປັນເຈົ້າພາບຈັດຕັ້ງ; ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວໃນຂອບເຂດຫຼາຍຝ່າຍ ເຊິ່ງສອງຝ່າຍເປັນພາຄີ; ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປະຕິບັດກົດໝາຍຢູ່ທະເລ, ຕ້ານໂຈນສະຫຼັດ, ໂຈນມີອາວຸດ, ຊອກຫາ, ກອບກູ້ໄພພິບັດ...

ໂດຍ: ໄຊຊະນະ