ນາຍທະຫານໜຸ່ມກອງທັບສິງກະໂປ ຢ້ຽຢຢາມວິທະຍາຄານການແພດ
ກປ.ອອນໄລ - ໃນຂອບເຂດລາຍການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ-ສິງກະໂປ, ຕອນເຊົ້າວັນທີ 10 ຕຸລາ, ຄະນະນາຍທະຫານໜຸ່ມກອງທັບສິງກະໂປ ນໍາໂດຍທ່ານພັນໂທ Koh Zhi Chao ໄດ້ມາຢ້ຽຢຢາມວິທະຍາຄານການແພດ. ທ່ານພົນຈັດຕະວາ ຫງວຽນວັນນາມ, ຮອງຫົວໜ້າການເມືອງວິທະຍາຄານການແພດ ເປັນປະທານການຕ້ອນຮັບຄະນະ.
ທ່ານພົນຈັດຕະວາ ຫງວຽນວັນນາມ ສະແດງຄວາມຊົມເຊີຍຄະນະມາຢ້ຽຢຢາມວິທະຍາຄານການແພດ, ເຊິ່ງແມ່ນໜຶ່ງໃນບັນດາສູນບໍາລຸງສ້າງ, ຄົ້ນຄ້ວາວິທະຍາສາດ ແລະປິ່ນປົວການແພດແຖວໜ້າຂອງກອງທັບປະຊາຊົນຫວຽດນາມ.
    |
 |
ທ່ານພົນຈັດຕະວາ ຫງວຽນວັນນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນໂທ Koh Zhi Chao. ພາບ: qdnd.vn |
ທ່ານພົນຈັດຕະວາ ຫງວຽນວັນນາມ ເນັ້ນໜັກວ່າ ໃນຊຸມປີມໍ່ໆມານີ້, ສາຍພົວພັນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການພົບປະແລກປ່ຽນນາຍທະຫານໜຸ່ມແມ່ນຈຸດພົ້ນເດັ່ນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນ ແລະມຸ່ງໄປເຖິງອະນາຄົດ, ເປັນຂົວຕໍ່ສໍາຄັນເພື່ອໃຫ້ບັນດານາຍທະຫານໜຸ່ມ ມີໂອກາດເຂົ້າໃຈເລິກເຊິ່ງກວ່າກ່ຽວກັບວັດທະນະທໍາ, ປະຊາຊົນ, ການຈັດຕັ້ງ ແລະການເຄື່ອນໄຫວຂອງກອງທັບແຕ່ລະປະເທດ.
    |
 |
ທ່ານພົນຈັດຕະວາ ຫງວຽນວັນນາມ ແລະທ່ານພັນໂທ Koh Zhi Chao ພ້ອມດ້ວຍຜູ້ແທນ. ພາບ: qdnd.vn |
    |
 |
ຄະນະນາຍທະຫານໜຸ່ມກອງທັບສິງກະໂປ ຢ້ຽມຊົມສູນຄົ້ນຄວ້າ, ໝູນໃຊ້ ແລະຜະລິດຢາ. ພາບ: qdnd.vn |
ທ່ານພົນຈັດຕະວາ ຫງວຽນວັນນາມ ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມວິທະຍາຄາການແພດຂອງຄະນະໃນຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດານາຍທະຫານໜຸ່ມສອງຝ່າຍແລກປ່ຽນບົດຮຽນປະສົບການ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຜ່ານນັ້ນປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕິພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບສອງປະເທດ ຫວຽດນາມ-ສິງກະໂປ.
    |
 |
ຄະນະນາຍທະຫານໜຸ່ມກອງທັບສິງກະໂປ ຢ້ຽມຢາມກອງພົນນ້ອຍທະຫານພິເສດທາງບົກ 113, ເຫຼົ່າຮົບທະຫານພິເສດ. ພາບ: qdnd.vn |
ກ່ອນໜ້ານັ້ນ, ໃນຂອບເຂດລາຍການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບຫວຽດນາມ-ສິງກະໂປ, ຄະນະນາຍທະຫານໜຸ່ມກອງທັບສິງກະໂປ ໄດ້ມາຢ້ຽາມຢາມກອງພົນນ້ອຍທະຫານພິເສດທາງບົກ 113, ເຫຼົ່າຮົບທະຫານພິເສດ.
ໂດຍ: ທູຈາງ