ຢູ່ບັນດາເຂດທີ່ຖືກນ້ຳຖ້ວມເລິກ, ຄະນະປະຕິບັດງານໄດ້ມອບອາຫານແຫ້ງ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບ, ໄດ້ລົງຢ້ຽມຢາມ, ລະດົມກໍາລັງໃຈປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໂດຍໄວເພື່ອໃຫ້ຊີວິດກັບຄືນສູ່ສະພາບເປັນປົກກະຕິ. ທ່ານພົນຈັດຕະວາ ລາກົງເຝືອງ ຮຽກຮ້ອງໃຫ້ພະນັກງານ, ນັກຮົບບັນດາກົມກອງ ສືບຕໍ່ຕິດແທດກັບຮາກຖານຢ່າງໃກ້ຊິດ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ກໍາແໜ້ນສະພາບການ; ຈັດສົ່ງກໍາລັງ, ພາຫະນະໃຫ້ໄດ້ຫຼາຍທີ່ສຸດເພື່ອຊ່ວຍເຫຼືອປະຊາຊົນ, ໂດຍສະເພາະແມ່ນຢູ່ເຂດຍັງຖືກຕັດແຍກ, ເພື່ອບໍ່ປະໃຫ້ປະຊາຊົນອຶດຫິວ, ເຂດຊຸມຊົນທີ່ຖືກນ້ຳຖ້ວມເລິກ; ຮັບປະກັນຄວາມປອດໄພໃນຂະນະທີ່ປະຕິບັດໜ້າທີ່.
    |
 |
ນັກຮົບກອງພັນ 15, ກົມເສນາທິການທະຫານເຂດ 1 ຊ່ວຍປະຊາຊົນອະນາໄມເຮືອນຊານຫຼັງນໍ້າຖ້ວມ. ພາບ: qdnd.vn |
ວັນທີ 9 ຕຸລາ, ຄະນະປະຕິບັດງານຂອງກອງພົນໃຫຍ່ 12 ນໍາໂດຍທ່ານພົນຈັດຕະວາ ຫງວຽນແທ່ງໂຝ໋, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງພົນໃຫຍ່ 12 ພ້ອມຄະນະ ໄດ້ລົງກວດກາ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງພົນ 312 ທີ່ປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມຢູ່ຕາແສງ ດາຝູ໋ກ, ຕາແສງ ຈູງຢາ (ນະຄອນຮ່າໂນ້ຍ) ແລະເມືອງຈູງແທ່ງ (ແຂວງທ໊າຍງວຽນ).
ໃນຊຸມວັນຜ່ານມາ, ກອງພົນ 312 ໄດ້ຈັດສົ່ງພະນັກງານ, ນັກຮົບນັບພັນຄົນສົມທົບກັບຄະນະພັກ, ອຳນາດການປົກຄອງ, ກຳລັງຕ່າງໆ ຍົກຍ້າຍປະຊາຊົນ ແລະຊັບສິນໄປຍັງເຂດປອດໄພ; ໜູນຊ່ວຍການຂົນສົ່ງ ແລະລຳລຽງເຄື່ອງໃຊ້ທີ່ຈຳເປັນໄປຊ່ວຍປະຊາຊົນທີ່ຢູ່ເຂດຖືກໂດດດ່ຽວ; ເຂົ້າຮ່ວມການເສີມສ້າງຄັນຄູບ່ອນທີ່ມີຄວາມສ່ຽງນ້ຳອາດຈະລົ້ນເຂົ້າມາເຂດຊຸມຊົນ ແລະແຕກ. ທ່ານພົນຈັດຕະວາ ຫງວຽນແທ່ງໂຝ໋ ໄດ້ສະແດງຄວາມຊົມເຊີຍຕໍ່ນ້ຳໃຈຊ່ວຍເຫຼືອປະຊາຊົນຈົນສຸດຄວາມສາມາດຂອງຕົນຂອງພະນັກງານ, ນັກຮົບ ແລະຮຽກຮ້ອງມາຍັງບັນດາກົມກອງຂອງກອງພົນ 312 ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ກໍາລັງຕໍາຫຼວດ ແລະທະຫານລາດປ້ອງກັນຕົວ ສືບຕໍ່ກວດກາຄືນເຂດຊຸມຊົນ, ຄັນຄູ, ເຂດສໍາຄັນ; ຕັ້ງໜ້າຊ່ວຍເຫຼືອປະຊາຊົນຢູ່ເຂດທີ່ຖືກໂດດດ່ຽວ; ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ຄົນ ແລະພາຫະນະໃນຂະນະທີ່ເຮັດໜ້າທີ່, ປະກອບສ່ວນພ້ອມກັບອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ເຮັດໃຫ້ຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ.
ວັນທີ 9 ຕຸລາ, ໂດຍປະຕິບັດຕາມການຊີ້ນໍາຂອງກະຊວງປ້ອງກັນປະເທດ ແລະກົມໃຫຍ່ພະລາທິການ-ເຕັກນິກ, ກົມເສນາຮັກ ໄດ້ຂົນສົ່ງ, ແຈກຢາຍຢາ ແລະສານເຄມີຈໍານວນ 20 ຊຸດໃຫ້ທະຫານເຂດ 1 ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ລວມມີ: Cloramin B 500 ກິໂລກຣາມ; ສານເຄມີຂ້າແມງໄມ້ 100 ລິດ; ຈັກສີດຢາປ້ອງກັນພະຍາດ 2 ເຄື່ອງ; ຜ້າອັດປາກ 4 ຊັ້ນ 10.000 ອັນ ແລະເຄື່ອງນຸ່ງປ້ອງກັນພະຍາດ 1.000 ຊຸດ...
ໃນຊຸມວັນຜ່ານມາ, ຫຼາຍເຂດຂອງແຂວງລ້າງເຊີນ ໄດ້ຖືກນ້ຳຖ້ວມຢ່າງຮ້າຍແຮງ. ກອງບັນຊາການທະຫານແຂວງ ລ້າງເຊີນ ໄດ້ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງປະຕິບັດໜ້າທີ່ ເພື່ອຊ່ວຍຍົກຍ້າຍປະຊາຊົນ ແລະຊັບສິນໄປຢູ່ບ່ອນປອດໄພ, ພ້ອມທັງສະໜອງເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ບັນດາຄອບຄົວທີ່ຖືກຢູ່ໂດດດ່ຽວ. ຕອນບ່າຍວັນທີ 9 ຕຸລາ, ນໍ້າຖ້ວມຢູ່ເຂດຕ່າງໆໄດ້ຫຼຸດລົງ, ກໍາລັງປະກອບອາວຸດໄດ້ເຂົ້າຮ່ວມເຫຼືອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງຮີບດ່ວນ ເພື່ອໃຫ້ຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ. ບັນດາຕາແສງ: ອຽນບິ່ງ, ເຕີນຕ໊ຽນ, ເວີນຍາມ ຍັງຖືກຖ້ວມເລິກ, ກໍາລັງທີ່ກ່ຽວຂ້ອງຍັງສືບຕໍ່ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນ.
ຢູ່ແຂວງບັກນິງ, ທະຫານເຂດ 1 ໄດ້ຊີ້ນໍາບັນດາກົມກອງ ຄື: ກອງພົນທີ 3, ກອງບັນຊາການທະຫານແຂວງບັກນິງ, ກອງພົນນ້ອຍຊ່າງແສງ 575 ໄດ້ຈັດສົ່ງພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວເຂົ້າຮ່ວມຍົກຍ້າຍສັດລ້ຽງເກືອບ 19.000 ໂຕ ແລະສັດປີກ 646.000 ໂຕໄປຢູ່ບ່ອນປອດໄພ, ພ້ອມທັງພ້ອມກັບກໍາລັງຕ່າງໆເສີມສ້າງຄັນຄູໃຫ້ມີຄວາມແໜ້ນໜາຢ່າງຮີບດ່ວນ.
ໂດຍ: ໄຊນີດາ