ກຳປັ່ນຕໍາຫຼວດທະເລ 8002 ເຂົ້າທຽບທ່າເຮືອ Cebu, ເລີ່ມຕົ້ນການຢ້ຽມຢາມ ແລະພົບປະແລກປ່ຽນກັບກໍາລັງປ້ອງກັນຝັ່ງທະເລ ຟີລິບປິນ
ກປ.ອອຍໄລ - ພາຍຫຼັງການເດີນທະເລຍາວ 1.200 ໄມທະເລ, ວັນທີ 6 ຕຸລາ ຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ນໍາໂດຍ ທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2 ໄປນໍາກຳປັ່ນຕໍາຫຼວດທະເລ 8002 ໄດ້ເຂົ້າທຽບທ່າເຮືອ Cebu Pier 5 (ນະຄອນ Cebu, ຟີລິບປິນ), ເລີ່ມຕົ້ນການຢ້ຽມຢາມ, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນກັບກໍາລັງປ້ອງກັນຝັ່ງທະເລ ຟີລິບປິນ.
    |
 |
ບັນຍາກາດທີ່ພິທີຕ້ອນຮັບຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ. ພາບ: qdnd.vn |
ທ່ານພົນຈັດຕະວາ Agapito B Bibat ຜູ້ບັນຊາການເຂດໃຈກາງ Visayas, ກໍາລັງປ້ອງກັນຝັ່ງທະເລຟີລິປິນ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ແລະ ກຳປັ່ນຕໍາຫຼວດທະເລ 8002.
    |
 |
ທ່ານພົນຈັດຕະວາ Agapito B Bibat ແລະທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ທີ່ພິທີຕ້ອນຮັບກໍາປັ່ນຕໍາຫຼວດທະເລ 8002 ແລະຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ Agapito B Bibat ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ຕ້ອນຮັບທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ພ້ອມດ້ວຍຄະນະ. ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ພະນັກງານ, ລັດຖະກອນ ກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໂຄສະນາເຜີຍແຜ່ພາບພົດອັນສວຍງາມຂອງປະເທດ ແລະຊາວຟີລິບປິນ ເຖິງເພື່ອນມິດຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ; ນັ້ນແມ່ນພື້ນຖານອັນໜັກແໜ້ນ ເພື່ອໃຫ້ສອງກໍາລັງ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ກໍ່ສ້າງ ແລະຮັດແໜ້ນກວ່າອີກການພົວພັນຮ່ວມມືພ້ອມກັນພັດທະນາ; ຊຸກຍູ້ຍົກສູງປະສິດທິຜົນການສົມທົບກັນປະຕິບັດກົດໝາຍບົນທະເລ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພບັນດາເຂດທະເລໃນພາກພື້ນ.
    |
 |
ທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ກ່າວຄໍາເຫັນທີ່ພິທີຕ້ອນຮັບ. ພາບ: qdnd.vn |
    |
 |
ຜູ້ແທນສອງກໍາລັງທີ່ພິທີຕ້ອນຮັບ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ໄດ້ສະແດງຄວາມປິຕິຊົມຊື່ນ ແລະມີຄວາມປະທັບໃຈເມື່ອໄດ້ຮັບອາລົມຈິດຄວາມຮັກແພງ ແລະການຕ້ອນຮັບຢ່າງສົມກຽດຂອງພະນັກງານ, ລູກເຮືອກໍາລັງປ້ອງກັນຝັ່ງທະເລ ຟີລິບປິນ ເວົ້າສະເພາະ, ເວົ້າລວມແມ່ນຂອງອໍານາດການປົກຄອງ ແລະອົງການທີ່ກ່ຽວຂ້ອງຂອງນະຄອນ Cebu ທີ່ສະຫງວນໃຫ້ແກ່ຄະນະ.
    |
 |
ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ 8002 ຕ້ອນຮັບທ່ານພົນຈັດຕະວາ Agapito B Bibat ຂຶ້ນຢ້ຽມຢາມກໍາປັ່ນ. ພາບ: qdnd.vn |
ທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ ເປັນການສືບຕໍ່ບັນດາໂຄງການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນ ເຊິ່ງສອງກໍາລັງ ໄດ້ ແລະພວມຜັນຂະຫຍາຍປະຕິບັດໃນໄລຍະຜ່ານມາເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບອັນໝັ້ນແກ່ນ, ຄວາມໄວ້ເນື້ອເຊື່ອໃຈ ແລະສະໜິດຕິດພັນລະຫວ່າງສອງກຳລັງປະຕິບັດກົດໝາຍບົນທະເລໃນພາກພື້ນ ອີກດ້ວຍ.
    |
 |
ທ່ານພົນຈັດຕະວາ Agapito B Bibat ຢ້ຽມຢາມກໍາປັ່ນຕໍາຫຼວດທະເລ 8002. ພາບ: qdnd.vn |
    |
 |
ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ມີການແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບການເຄື່ອນໄຫວທີ່ຈະດຳເນີນໃນຂອບເຂດການຢ້ຽມຢາມຂອງກຳປັ່ນຕໍາຫຼວດທະເລ 8002 ຢູ່ Cebu, ຟີລິບປິນ. ພາບ: qdnd.vn |
ທ່ານພົນຈັດຕະວາ ເຈິ່ນກວາງຕ໋ວນ ຍັງໃຫ້ຮູ້ອີກວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນ, ແບ່ງປັນຄວາມຮູ້, ເພີ່ມທະວີຄວາມສາມັກຄີ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຜ່ານນັ້ນຮັດແໜ້ນກວ່າອີກການພົວພັນຮ່ວມມືມິດຕະພາບລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລ ຟີລິບປິນ; ພ້ອມທັງເນັ້ນໜັກວ່າ ເລື່ອງສອງກໍາລັງສົ່ງກຳປັ່ນ ໄປຢ້ຽມຢາມເຊິ່ງກັນ ແລະກັນ ແມ່ນໂອກາດເພື່ອໃຫ້ພະນັກງານ ແລະລູກເຮືອຂອງທັງສອງຝ່າຍ ໄດ້ມີໂອກາດແລກປ່ຽນ ແລະຖອດຖອນບົດຮຽນໃນທຸກດ້ານ ໃນການປະຕິບັດໜ້າທີ່, ພິເສດແມ່ນໃນການປະຕິບັດກົດໝາຍຢູ່ທະເລ.
ໂດຍ: ໄຊຊະນະ