ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ: ຫວຽດນາມ ແລະໄທ ແມ່ນສອງປະເທດຕິດຈອດກັນທາງທະເລ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນຊາຍຄາລວມອາຊຽນ, ມີຈຸດຄ້າຍຄືກັນຫຼາຍຢ່າງທາງດ້ານມູນເຊື້ອວັດທະນະທໍາ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນພຶດສະພາ ປີ 2025 ແມ່ນຂີດໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເພິ່ງພໍໃຈຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ໄທ ໃນໄລຍະຜ່ານມາໃນຂົງເຂດຕ່າງໆ ຄື: ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຮັກສາບັນດາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ກອງປະຊຸມປຶກສາຫາລືລະຫວ່າງເຫຼົ່າທັບ, ເຫຼົ່າຮົບຢ່າງປະສິດທິຜົນ; ການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ ແລະ ກຳລັງປະຕິບັດກົດໝາຍຢູ່ທະເລ; ການຮ່ວມມືບໍາລຸງກໍ່ສ້າງ; ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນອາຊຽນ ແລະເຫດການສາກົນໂດຍແຕ່ລະຝ່າຍຈັດຕັ້ງ.

ທ່ານພົນໂທ ຮ່ວາງຊວນຈ໊ຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທີ່ປຶກສາທູດປ້ອງກັນຊາດ ແລະທະຫານບົກ, ທີ່ປຶກສາທູດທະຫານເຮືອ, ທີ່ປຶກສາທູດທະຫານອາກາດ ຂອງໄທ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນໃສ່ຊຸກຍູ້ການປະຕິບັດບາງຈຸດສຸມໃນການຮ່ວມມືລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ, ເຊິ່ງລວມມີ: ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ... ພິເສດ, ໃນຂົງເຂດຮ່ວມມືບໍາລຸງກໍ່ສ້າງ, ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍກະຊວງປ້ອງກັນປະເທດໄທ ສົ່ງນັກສໍາມະນາກອນມາເຂົ້າຮ່ວມຊຸດຝຶກອົບຮົມ ຢູ່ຫວຽດນາມ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທີ່ປຶກສາທູດປ້ອງກັນຊາດ ແລະທະຫານບົກ, ທີ່ປຶກສາທູດທະຫານເຮືອ, ທີ່ປຶກສາທູດທະຫານອາກາດຂອງໄທ ປະຕິບັດສໍາເລັດໜ້າທີ່ຂອງຕົນ ແລະເປັນຂົວຕໍ່ສໍາຄັນໃນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ.

ສ່ວນທ່ານພັນເອກ    Mongkhol Tham Natasit     ທີ່ປຶກສາທູດປ້ອງກັນຊາດ ແລະທະຫານບົກໄທ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ປີ 2026, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານພັນເອກ    Mongkhol Tham Natasit ຢັ້ງຢືນວ່າ ຈະພ້ອມກັບທີ່ປຶກສາທູດທະຫານເຮືອ, ທີ່ປຶກສາທູດທະຫານອາກາດ ມານະພະຍາຍາມເພື່ອສ້າງຂີດໝາຍທໍາອິດໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະ ແລະການພົວພັນລະຫວ່າງສອງປະເທດເວົ້າລວມ.

ໂດຍ: ທູຈາງ