leftcenterrightdel
ທ່ານພົນໂທ ເຈືອງທຽນໂຕ ເປັນປະທານການປະເມີນຜົນຮູບຈໍາລອງບັນດາກຸ່ມຮູບປັ້ນ. ພາບ: qdnd.vn

ພາຍຫຼັງໄດ້ຮັບຟັງຄຳເຫັນປະກອບຂອງບັນດາສະມາຊິກໃນສະພາສິລະປະ, ຄະນະຄຸ້ມຄອງໂຄງການ ແລະຜູ້ຕາງໜ້າບັນດາອົງການກ່ຽວຂ້ອງ, ທ່ານພົນໂທ ເຈືອງທຽນໂຕ ໄດ້ສະຫຼຸບວ່າ, ມາຮອດປະຈຸບັນ, ຮູບຈໍາລອງ 2 ກຸ່ມຮູບປັ້ນນັກຊ່ຽວຊານການທະຫານຈີນ ແລະນັກຮົບລາວ ຕາມອັດຕາ 1:1 ໄດ້ປະຕິບັດ ສຳເລັດເທື່ອລະກ້າວ ແລະມີລັກສະນະຄວາມງາມສູງ. ຄວາມຮຽກຮ້ອງຕ້ອງການວາງອອກ ແມ່ນບັນດາກຸ່ມຮູບປັ້ນຕ້ອງມີໂຄງປະກອບ ແລະອັດຕາທີ່ກົມກຽວ ແລະມີລັກສະນະສິລະປະ; ຮູບຮ່າງ, ລາຍລະອຽດໃນກຸ່ມຮູບປັ້ນຕ້ອງໄດ້ຮັບການກວດກາຄືນ ແລະດັດປັບຢ່າງລະມັດລະວັງ, ສະແດງໃຫ້ເຫັນຈິດໃຈຂອງແຕ່ລະຕົວລະຄອນສອດຄ່ອງກັບສະພາບລວມ.

leftcenterrightdel
ຮູບຈໍາລອງກຸ່ມຮູບປັ້ນນໍ້າໃຈສາມັກຄີມິດຕະພາບຫວຽດນາມ-ຈີນ ຕາມອັດຕາ 1:1. ພາບ: qdnd.vn

ທ່ານພົນໂທ ເຈືອງທຽນໂຕ ຮຽກຮ້ອງໃຫ້ບັນດານັກອອກແບບ ແລະກົມກອງທີ່ກ່ຽວຂ້ອງຮັບເອົາຄໍາເຫັນປະກອບ, ສົມທົບກັນເພື່ອຍູ້ໄວຄວາມຄືບໜ້າ, ປະຕິບັດສໍາເລັດ ຂັ້ນຕອນສຸດທ້າຍຂອງຮູບຈໍາລອງກຸ່ມຮູບປັ້ນນັກຊ່ຽວຊານການທະຫານຈີນ ແລະນັກຮົບລາວ, ແລະຜັນຂະຫຍາຍຮູບຈໍາລອງກຸ່ມຮູບປັ້ນນັກຮົບກໍາປູເຈຍ ໂດຍໄວ.

ໂດຍ: ທູຈາງ