ໂດຍປະຕິບັດຕາມໂທລະເລກທາງການເລກທີ 13 ລົງວັນທີ 7 ຕຸລາ 2025 ຂອງຄະນະຊີ້ນຳປ້ອງກັນພົນລະເຮືອນແຫ່ງຊາດ ແລະການຊີ້ນຳຂອງທ່ານພົນເອກ ຫງວຽນເຕີນເກືອງ, ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການເປັນເຈົ້າການຮັບມືກັບຝົນຕົກ, ນ້ຳຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນຍ້ອນພາຍຸລູກທີ 11, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ກອງບັນຊາການທະຫານເຂດ: 1, 2, 3, 4 ຊີ້ນໍາກອງບັນຊາການທະຫານບັນດາແຂວງ, ນະຄອນ, ກົມກອງຂຶ້ນກັບ ເປັນເຈົ້າການ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ສືບຕໍ່ຈັດສົ່ງກໍາລັງ, ພາຫະນະກວດກາຄືນຢູ່ແຕ່ລະພາກພື້ນ, ບໍລິເວນເຂດຊຸມຊົນ...

ບັນດາອົງການ, ກົມກອງຕາມພາລະໜ້າທີ່ຈັດຕ້ັງການກວດກາຄືນ,  ຮັບປະກັນຄວາມປອດໄພຂອງສາງ, ຄ້າຍທະຫານ, ອາວຸດຍຸດໂທປະກອນ; ຮັບປະກັນດ້ານພະລາທິການ, ເຕັກນິກທີ່ດີເພື່ອຮັບໃຊ້ວຽກງານຮັບມືກັບໄພພິບັດ; ເປັນເຈົ້າການສົມທົບກັນຢ່າງຕັ້ງໜ້າໃນການສະໜອງ ແລະຂົນສົ່ງເຄື່ອງຊ່ວຍເຫຼືອກູ້ໄພ, ກູ້ຊີບໃຫ້ທັນການເພື່ອຊ່ວຍທ້ອງຖິ່ນຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງເມື່ອມີກໍລະນີເກີດຂຶ້ນ.

leftcenterrightdel
ກໍາລັງປະກອບອາວຸດທະຫານເຂດ 1 ເສີມສ້າງຕື່ມຄັນຄູແມ່ນໍ້າເກົ່າ (ແຂວງທ໊າຍງວຽນ). ພາບ: ຮວ່າງເຢືອງ

ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ພ້ອມແລ້ວທີ່ຈະດຳເນີນການບິນຊອກຫາ, ກູ້ໄພ, ກູ້ຊີບ, ຂົນສົ່ງເຄື່ອງໃຊ້ທີ່ຈຳເປັນໄປຍັງເຂດຫ່າງໄກສອກຫຼີກເມື່ອມີຄຳສັ່ງ. ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ ແລະເຫຼົ່າຮົບສື່ສານ ເປັນເຈົ້າການມີມາດຕະການຮັບປະກັນຂໍ້ມູນຂ່າວສານຢູ່ບັນດາເຂດທີ່ຖືກຄາດຄະເນມີຄວາມສ່ຽງຖືກຕັດແຍກ, ໂດດດ່ຽວ, ຮັບປະກັນການເຊື່ອມຕໍ່ຂໍ້ມູນຂ່າວສານລະຫວ່າງສູນກາງ ແລະທ້ອງຖິ່ນ,...

ຕອນບ່າຍວັນທີ 7 ຕຸລາ, ຄະນະປະຕິບັດງານຂອງທະຫານເຂດ 1 ນໍາໂດຍທ່ານພົນຈັດຕະວາ ເຈືອງແມ້ງຢຸງ, ຜູ້ບັນຊາການທະຫານເຂດ 1 ໄດ້ລົງກວດກາ, ຊີ້ນໍາວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມຢູ່ແຂວງທ໊າຍງວຽນ. ກ່ອນໜ້ານັ້ນ, ຍ້ອນຜົນສະທ້ອນຂອງພາຍຸລູກທີ 11, ບໍລິເວນແຂວງ ທ໊າຍງວຽນ ສືບຕໍ່ມີຝົນຕົກໜັກເປັນເວລາຍາວນານ, ເຮັດໃຫ້ລະດັບນ້ຳແມ່ນໍ້າເກົ່າ ເພີ່ມຂຶ້ນຢ່າງວ່ອງໄວ. ທະຫານເຂດ 1 ໄດ້ຈັດສົ່ງພະນັກງານ, ນັກຮົບນັບຮ້ອຍຄົນ ສົມທົບກັບກໍາລັງຕ່າງໆຂົນສົ່ງວັດຖຸອຸປະກອນ ເພື່ອເສີມສ້າງຕື່ມບ່ອນທີ່ສໍາຄັນ; ຜັນຂະຫຍາຍວິທີການຮັບມື, ສະໜັບສະໜູນ ແລະຊ່ວຍເຫຼືອປະຊາຊົນຍົກຍ້າຍຄົນ ແລະຊັບສິນໄປຍັງເຂດປອດໄພ. ທ່ານພົນຈັດຕະວາ ເຈືອງແມ້ງຢຸງ ຍ້ອງຍໍຊົມເຊີຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຕັ້ງໜ້າຊ່ວຍເຫຼືອອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນຮັບມືກັບໄພພິບັດຂອງພະນັກງານ, ນັກຮົບ; ໃສ່ໃຈວ່າ ກໍາລັງທະຫານເຂດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ສຸມໃສ່ກວດກາຄືນຢູ່ແຕ່ລະບໍລິເວນເຂດຊຸມຊົນ, ຄັນຄູ, ບັນດາເຂດສໍາຄັນ ເພື່ອເປັນເຈົ້າການຍົກຍ້າຍ, ອົບພະຍົກປະຊາຊົນ; ຮັບປະກັນຄວາມປອດໄພຢ່າງເດັດຂາດໃນການປະຕິບັດໜ້າທີ່.

ຄໍ່າຄືນວັນທີ 6 ຕຸລາ ແລະຮຸ່ງເຊົ້າວັນທີ 7 ຕຸລາ, ຝົນຕົກໜັກຢ່າງຕໍ່ເນື່ອງຢູ່ບັນດາຕາແສງເຂດພູດອຍແຂວງແທງຮວາ, ເຮັດໃຫ້ເກີດດິນເຊາະເຈື່ອນຢ່າງໜັກໜ່ວງຕາມເສັ້ນທາງຫຼວງແຫ່ງຊາດ 15C ແລະເຂດຊຸມຊົນຫຼາຍແຫ່ງ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະເຮັດໃຫ້ການສັນຈອນຕິດຂັດ. ຄ້າຍທະຫານຊາຍແດນດ່ານ ແຕ່ນຕັ່ນ (ກອງບັນຊາການທະຫານຊາຍແດນແຂວງແທງຮວາ) ໄດ້ຈັດສົ່ງພະນັກງານ, ນັກຮົບ 25 ຄົນຢ່າງວ່ອງໄວ ເພື່ອສົມທົບກັບທະຫານລາດ, ຕໍາຫຼວດຕາແສງ ແລະປະຊາຊົນຈັດຕັ້ງການຊອກຫາ; ມາຮອດວັນທີ 7 ຕຸລາ, ສົບຂອງຜູ້ຖືກເຄາະຮ້າຍໄດ້ຊອກເຫັນ ແລະມອບໃຫ້ຄອບຄົວ.

ຄ້າຍທະຫານຊາຍແດນດ່ານແຕ່ນຕັ່ນ ກໍ່ຈັດສົ່ງກຳລັງປະຕິບັດການເວນຍາມ 24/24 ຢູ່ຈຸດສຳຄັນ; ໄດ້ປະສານສົມທົບກັບອໍານາດການປົກຄອງເພື່ອກວດກາ ແລະນັບຄວາມເສຍຫາຍ, ພ້ອມທັງໄດ້ເພີ່ມທະວີການໂຄສະນາ ແລະປຸກລະດົມປະຊາຊົນບໍ່ໃຫ້ໄປຜ່ານເຂດດິນເຊາະເຈື່ອນ, ເປັນເຈົ້າການຍົກຍ້າຍປະຊາຊົນ ແລະຊັບສິນເມື່ອມີສັນຍານອັນຕະລາຍ.

ຢູ່ບໍລິເວນແຂວງບັກນິງ ແລະລ້າງເຊີນ, ຝົນຕົກໜັກເປັນເວລາຍາວນານໄດ້ເຮັດໃຫ້ເກີດໄພນ້ຳຖ້ວມຢູ່ທ້ອງຖິ່ນ, ສົ່ງຜົນສະທ້ອນເຖິງຊີວິດ ແລະຊັບສິນຂອງປະຊາຊົນຢ່າງຮ້າຍແຮງ. ໃນວັນທີ 7 ຕຸລາ, ກອງພົນທີ 3 (ທະຫານເຂດ 1) ໄດ້ຈັດສົ່ງພະນັກງານ, ນັກຮົບນັບຮ້ອຍຄົນໄປຍັງເຂດສໍາຄັນ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍປະຊາຊົນຍົກຍ້າຍຊັບສິນ.

ຢູ່ບ້ານເຈື່ອງທິ້ງ, ຕາແສງ ແກບ (ແຂວງ ບັກນິງ), ນ້ຳຖ້ວມເພີ່ມຂຶ້ນສູງ, ພະນັກງານ, ນັກຮົບ, ກອງພັນໃຫຍ່ 2 ໄດ້ຮີບດ່ວນຊ່ວຍເຫຼືອປະຊາຊົນຍົກຍ້າຍຊັບສິນ ແລະປຸກລະດົມປະຊາຊົນອອກຈາກເຂດນ້ຳຖ້ວມເລິກ. ຢູ່ຕາແສງ ຮືວລຸງ (ແຂວງລ້າງເຊີນ), ນ້ຳຖ້ວມໄດ້ຕັດແຍກຫຼາຍເສັ້ນທາງ ແລະເຂດຊຸມຊົນ. ກອງພັນໃຫຍ່ 12 ແລະກຳລັງຕ່າງໆໄດ້ຍົກຍ້າຍປະຊາຊົນ ແລະຊັບສິນອອກຈາກເຂດອັນຕະລາຍ.

ວັນທີ 7 ຕຸລາ, ຫຼາຍເສັ້ນທາງໃນນະຄອນຫຼວງຮ່າໂນ້ຍ ຖືກນ້ຳຖ້ວມເລິກຍ້ອນຝົນຕົກໜັກເປັນເວລາຍາວນານ, ໃນນັ້ນ ມີເສັ້ນທາງຫຼວງແຫ່ງຊາດ 70 ຈາກຂົວງ່າ ເຖິງເຂດຂົວໄຕໂມ (ຕາແສງໄຕໂມ) ເຮັດໃຫ້ພາຫະນະຫຼາຍຄັນໄປບໍ່ໄດ້. ຫ້ອງບໍລິຫານ-ພະລາທິການ, ກົມເສນາທິການຕໍາຫຼວດທະເລຫວຽດນາມ ໄດ້ຈັດສົ່ງ 3 ທີມ, ທີມລະມີພະນັກງານ, ນັກຮົບ 12-15 ຄົນ ຜັດປ່ຽນກັນໃສ່ແພນໍາສົ່ງປະຊາຊົນຫຼາຍຮ້ອຍຄົນພ້ອມດ້ວຍພາຫະນະ, ສິນຄ້າອອກຈາກເຂດນໍ້າຖ້ວມ.

ຕອນບ່າຍວັນທີ 7 ຕຸລາ, ຫ້ອງການຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ ໄດ້ອອກຄຳສັ່ງເລກທີ 462/VP-ĐH ວ່າດ້ວຍການລະດົມພາຫະນະຂອງສູນປະສານງານການຄົ້ນຫາ, ກູ້ຊີບທາງທະເລຫວຽດນາມ ເຂົ້າຮ່ວມການຊອກຫາຊາວປະມົງທີ່ຫາຍສາບສູນໃນເຫດເຮືອຫາປາ TTH 96329 TS  ຈົມນໍ້າ. ກ່ອນໜ້ານັ້ນ, ເວລາ 15 ໂມງ 20 ນາທີຂອງວັນດຽວກັນ, ຢູ່ເຂດທະເລທີ່ຈາກນະຄອນດ່ານັງ ປະມານ 52 ໄມທະເລ, ກຳປັ່ນທ້ວນຈູງ 08 ໄດ້ຕຳກັບກຳປັ່ນຫາປາ TTH 96329 TS/04LD ເຮັດໃຫ້ເຮືອຫາປາຈົມນ້ຳ. ຊາວປະມົງ 3 ຄົນໄດ້ຮັບການຊ່ວຍເຫຼືອ, ຊາວປະມົງ 1 ຄົນຫາຍສາບສູນ.  ສູນປະສານງານການຄົ້ນຫາ, ກູ້ຊີບທາງທະເລຫວຽດນາມ ໄດ້ຈັດສົ່ງກໍາປັ່ນ SAR 631 ສົມທົບກັບກໍາລັງຕ່າງໆຢ່າງຮີບດ່ວນ: ທະຫານຊາຍແດນ, ທະຫານເຮືອ, ຕໍາຫຼວດທະເລ ແລະຄະນະບັນຊາປ້ອງກັນພົນລະເຮືອນນະຄອນ ເຫ້ວ ຜັນຂະຫຍາຍການຊອກຫາຊາວປະມົງທີ່ຫາຍສາບສູນ.

ໂດຍ: ໄຊນີດາ