Viettel ກູ້ຂໍ້ມູນຈົນສອດແຈ້ງ ຢູ່ ໄທງວຽນ
ກປ.ອອນໄລ - ຕາມກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດ ໄດ້ລະດົມກຳລັງ ແລະອຸປະກອນພິເສດ, ສຸມໃສ່ກູ້ສາຍສົ່ງ, ສະຖານີທີ່ປະສົບບັນຫາ ເພື່ອຮັກສາການຕິດຕໍ່ສື່ສານ, ພ້ອມທັງຜັນຂະຫຍາຍປະຕິບັດຫຼາຍນະໂຍບາຍໜູນຊ່ວຍລູກຄ້າ ຢູ່ ໄທງວຽນ ຕໍ່ສະພາບໄພນ້ຳຖ້ວມທີ່ຮ້າຍແຮງ ຍ້ອນພາຍຸລູກທີ 11 ກໍ່ຂຶ້ນ.
Viettel ໄດ້ຜັນຂະຫຍາຍແຜນການກູ້ຂໍ້ມູນຢ່າງວ່ອງໄວຕາມແຜນການທີ່ສູງສຸດ. ມີບຸກຄະລາກອນ 300 ກວ່າຄົນມາຈາກບັນດາແຂວງໃກ້ຄຽງ, ໃນນັ້ນມີກຳລັງທີ່ຍອດຢ້ຽມຈາກບໍລິສັດໃຫຍ່ສະມາຊິກ, ໄດ້ຈັດຕັ້ງໃຫ້ເດີນທາງໄປໄທງວຽນ ເພື່ອປະຕິບັດໜ້າທີ່ໃນຄືນນັ້ນຢ່າງທັນທີ. Viettel ໄດ້ລະດົມເຮືອ ແລະເຮືອອີໂມ 50 ລໍາ ເພື່ອຂົນສົ່ງນໍ້າມັນແອັດຊັງໄປໃຫ້ສະຖານີ BTS ທີ່ຖືກຕັດຂາດ, ໂດຣນ ຫຼາຍສິບເຄື່ອງໄດ້ປະຕິບັດໜ້າທີ່ສຳຫຼວດ, ຂົນສົ່ງອຸປະກອນ ແລະນ້ຳມັນແອັດຊັງເຂົ້າໄປຍັງຈຸດທີ່ຖືກນ້ຳຖ້ວມ, ດິນເຈື່ອນ ທີ່ບໍ່ສາມາດເຂົ້າໄປດ້ວຍທາງບົກໄດ້.
    |
 |
ພົນຕີ ຕ່າວດຶກຖັ໊ງ ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ລົງຊີ້ນໍາໂດຍກົງວຽກງານກູ້ຂໍ້ມູນຢູ່ແຂວງໄທງວຽນ. ພາບ: ເຈິ່ນທໍ້. |
ຄຽງຂ້າງນັ້ນ, Viettel ຍັງໄດ້ຜັນຂະຫຍາຍໂທລະສັບດາວທຽມ, ເຄື່ອງຕິດຕໍ່, ລົດກະຈາຍຄື້ນເຄື່ອນທີ່ຫຼາຍຄັນ, ຈັກປັ່ນໄຟຟ້າ 100 ໜ່ວຍ ແລະໝໍ້ໄຟ 1.000 ໜ່ວຍ ເພື່ອແນໃສ່ຮັບປະກັນການເຊື່ອມຕໍ່ການສື່ສານໃຫ້ປະຊາຊົນ ແລະໜູນຊ່ວຍວຽກງານກູ້ຊີບ, ກູ້ໄພ. ເຖິງວ່າ ຝົນຕົກໜັກ, ນໍ້າຖ້ວມຂຶ້ນສູງກໍ່ຕາມ, ແຕ່ທີມງານເຕັກນິກຂອງ Viettel ຍັງໄດ້ປະຈຳຢູ່ຈຸດເຄັ່ງຮ້ອນຕ່າງໆ ເພື່ອກວດກາ, ເຊື່ອມຕໍ່ແຫຼ່ງໄຟຟ້າຄືນໃໝ່, ປ່ຽນໝໍ້ໄຟ, ກະຈາຍຄື້ນສຳຮອງ. ເຮືອນ້ອຍ, ໂດຣນ ແລະພາຫະນະສະເພາະ ໄດ້ປະສານງານກັນຢ່າງແໜ້ນແຟ້ນ ເພື່ອໃຫ້ເຂົ້າໄປເຖິງເຂດສະຖານີທີ່ຖືກນໍ້າຖ້ວມເລິກ, ໂດຍບໍ່ຫົວຊາຕໍ່ສະພາບທາງມື່ນ, ດິນເຈື່ອນ.
ໄປຄຽງຄູ່ກັບການສ້ອມແປງພື້ນຖານໂຄງລ່າງ, Viettel ໄດ້ຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍລູກຄ້າຢູ່ເຂດປະສົບໄພຢ່າງທັນການ. ກຸ່ມບໍລິສັດ ຍັງໄດ້ຕື່ມເງິນ 20.000 ດົ່ງ ເຂົ້າບັນຊີຂອງຜູ້ໃຊ້ເບີໂທລະສັບມືຖື 48.000 ຄົນຢູ່ ໄທງວຽນ ທີ່ໄດ້ຮັບຜົນສະທ້ອນຈາກນ້ຳຖ້ວມ. ພ້ອມກັນນັ້ນ, Viettel ຍັງໄດ້ຕື່ມດາຕາ 50% ໃຫ້ແກ່ແພັກເກດ ST15K, 5G30 ດ້ວຍຜູ້ໃຊ້ໂທລະສັບມືຖື 79.000 ຄົນ ແລະຕື່ມມູນຄ່າໂທ 50% ຂອງບັດເຕີມເງິນທໍາອິດ (20% ໃຊ້ໂທ, 30% ດາຕາ) ໃຫ້ແກ່ລູກຄ້າ 98.000 ຄົນເພື່ອຮັບປະກັນໃຫ້ລູກຄ້າສາມາດຕິດຕໍ່ພົວພັນ ແລະອັບເດດຂໍ້ມູນຂ່າວສານໃນກໍລະນີສຸກເສີນ.
ບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ກໍ່ໄດ້ລະດົມກຳລັງຂົນສົ່ງສິນຄ້າ, ເຄື່ອງໃຊ້ທີ່ຈໍາເປັນໄປຍັງເຂດທີ່ປະສົບໄພນໍ້າຖ້ວມຢ່າງໜັກໜ່ວງ. ດ້ວຍວິທີການຜັນຂະຫຍາຍຢ່າງຄົບຊຸດຈາກກໍາລັງບຸກຄະລາກອນ, ອຸປະກອນສະເພາະ ຕະຫຼອດຮອດມາດຕະການດ້ານເຕັກໂນໂລຢີ ແລະນະໂຍບາຍໜູນຊ່ວຍລູກຄ້າ, Viettel ສາມາດຄວບຄຸມຜົນສະທ້ອນທີ່ເກີດຈາກເຄືອຂ່າຍຂໍ້ມູນຂ່າວສານ, ຈຳກັດເຂດທີ່ຂາດການຕິດຕໍ່ຢ່າງສຸດຂີດ. ຕໍ່ໜ້າການຜັນແປທີ່ສັບສົນຂອງສະພາບຝົນຕົກໜັກ, ນ້ຳຖ້ວມທີ່ອາດຈະແກ່ຍາວເປັນເວລາຫຼາຍວັນ, Viettel ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມກຳລັງ, ອຸປະກອນ ແລະສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນບໍ່ໃຫ້ການຕິດຕໍ່ສື່ສານຖືກຕັດຂາດ, ຮັບໃຊ້ປະຊາຊົນໃນສະພາບສຸກເສີນ.
ໂດຍ: ໄຊຊະນະ