ໃນວັນດຽວກັນ, ຄະນະປະຕິບັດງານ ໄດ້ເຮັດວຽກກັບກອງບັນຊາການທະຫານແຂວງກວ໋າງນີງ, ກວດກາ, ກະຕຸກຊຸກຍູ້ ແລະກໍາແໜ້ນສະພາບການຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸລູກທີ 11 ຢູ່ທ້ອງຖິ່ນ. ກອງບັນຊາການທະຫານແຂວງກວ໋າງນີງ ກໍ່ໄດ້ສ້າງຕັ້ງສູນບັນຊາການດ່ານໜ້າ ແລະສູນບັນຊາການໜູນຊ່ວຍ 4 ແຫ່ງ ເພື່ອຮັບມືກັບພາຍຸ; ລະດົມກຳລັງພະນັກງານ, ນັກຮົບເກືອບ 4.200 ຄົນ ພ້ອມດ້ວຍຫຼາຍພາຫະນະ ກຽມພ້ອມເຄື່ອນທີ່ປະຕິບັດໜ້າທີ່. ປະຈຸບັນ, ບັນດາອົງການ, ກົມກອງໃນບໍລິເວນແຂວງໄດ້ຮັກສາລະບອບເວນຍາມຢ່າງເຂັ້ມງວດດ້ວຍຈຳນວນພົນ 100%, ກຽມພ້ອມກຳລັງ, ພາຫະນະເພື່ອຮັບມື, ແກ້ໄຂສະພາວະການຕ່າງໆ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນໂທ ຫງວຽນວັນເຫງັຍ ໄດ້ຕີລາຄາສູງວຽກງານຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸຂອງທະຫານເຂດ 3 ແລະແຂວງກວ໋າງນີງ; ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ຊາບຊຶມ, ປະຕິບັດເຂັ້ມງວດການຊີ້ນໍາຂອງຜູ້ປະຈຳການຄະນະເລຂາທິການ, ນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່ຽວກັບການຮັບມືກັບພາຍຸລູກທີ 11; ໃນນັ້ນ ໄດ້ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮັບປະກັນຄວາມປອດໄພຢູ່ທະເລກ່ອນທີ່ພາຍຸຈະພັດເຂົ້າຝັ່ງ.
    |
 |
ການນຳທະຫານເຂດ 3 ລົງກວດກາວຽກງານປ້ອງກັນ, ຕ້ານພາຍຸລູກທີ 11 ຢູ່ເມືອງໂດເຊີນ, ນະຄອນຫ໋າຍຟ່ອງ. ພາບ: ຫງວຽນແທັງ |
* ໃນວັນດຽວກັນ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ອອກໂທລະເລກທາງການເລກທີ 5714/CĐ-TM ສົ່ງເຖິງບັນດາອົງການ, ກົມກອງກ່ຽວກັບການຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸລູກທີ 11. ປະຕິບັດໂທລະເລກທາງການເລກທີ 12/CĐ-BCĐ-BNNMT ລົງວັນທີ 5 ຕຸລາ 2025 ຂອງຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດກ່ຽວກັບການຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸລູກທີ 11, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕິດຕາມ, ກໍາແໜ້ນການຜັນແປຂອງພາຍຸ, ຝົນ ແລະນໍ້າຖ້ວມ. ກະກຽມກຳລັງ, ພາຫະນະເພື່ອກຽມພ້ອມຮັບມືຢ່າງທັນການ, ມີປະສິດທິຜົນ; ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຊີວິດ ແລະພາຫະນະໃນຂະນະທີ່ກຳລັງປະຕິບັດໜ້າທີ່.
ທະຫານເຂດ 1, ທະຫານເຂດ 2, ທະຫານເຂດ 3 ຊີ້ນໍາກອງບັນຊາການທະຫານບັນດາແຂວງ, ນະຄອນ ເປັນເຈົ້າການສົມທົບກັບບັນດາອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພກ່ຽວກັບຊີວິດ, ພາຫະນະ ແລະຊັບສິນສໍາລັບການເຄື່ອນໄຫວຢູ່ທະເລ, ໝູ່ເກາະ, ເຂດແຄມທະເລ, ການເຄື່ອນໄຫວທ່ອງທ່ຽວຢູ່ອ່າວພາກເໜືອ; ຈັດຕັ້ງການຍົກຍ້າຍປະຊາຊົນຢູ່ເຂດອັນຕະລາຍໄປຍັງບ່ອນປອດໄພ.
ກອງບັນຊາການທະຫານຊາຍແດນ ຊີ້ນໍາກອງບັນຊາການທະຫານຊາຍແດນບັນດາແຂວງ, ນະຄອນແຄມທະເລນັບແຕ່ແຂວງກວ໋າງນີງ ໄປຫາແຂວງນີງບິ່ງ ໃຫ້ສືບຕໍ່ກວດກາຄືນ, ແນະນຳບັນດາກໍາປັ່ນ, ເຮືອ, ພາຫະນະທີ່ກຳລັງເຄື່ອນໄຫວຢູ່ທະເລໃຫ້ເຄື່ອນຍ້າຍໄປຢູ່ບ່ອນປອດໄພ... ເຫຼົ່າທັບເຮືອ, ຕໍາຫຼວດທະເລຫວຽດນາມ ຈັດຕັ້ງກໍາລັງ, ພາຫະນະກຽມພ້ອມກູ້ໄພກູ້ຊີບຢູ່ທະເລ. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ໃຫ້ກຽມພ້ອມປະຕິບັດການຊອກຫາກູ້ໄພກູ້ຊີບ ເມື່ອມີຄຳສັ່ງ.
ເຫຼົ່າຮົບສື່ສານແມ່ນໃຫ້ຊີ້ນຳບັນດາກົມກອງຮັບປະກັນການສື່ສານຢ່າງສະດວກໃຫ້ແກ່ການນຳກະຊວງປ້ອງກັນປະເທດ ຊີ້ນໍາວຽກງານກູ້ໄພກູ້ຊີບ; ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ສົມທົບກັບບັນດາທະຫານເຂດ ຈັດສົ່ງກຳລັງ, ພາຫະນະບໍ່ມີຄົນຂັບກຽມພ້ອມຜັນຂະຫຍາຍການຄົ້ນຫາຢູ່ບັນດາເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນໍ້າແກ້ງຖືກຕັດແບ່ງ ແລະໂດດດ່ຽວ, ຄື: ຕາແສງບາແຈ໋, ຕາແສງຕຽນອຽນ, ຕາແສງວີງທື້ກ (ແຂວງກວ໋າງນີງ) ແນໃສ່ເຕືອນໄພໂດຍໄວ ແລະຊອກຫາກູ້ໄພ.
* ວັນທີ 5 ຕຸລາ, ກອງບັນຊາການທະຫານເຂດ 3 ໄດ້ສ້າງຕັ້ງ 4 ຄະນະປະຕິບັດງານ ກວດກາ, ຊີ້ນຳວຽກງານປ້ອງກັນ, ຕ້ານພາຍຸຢູ່ກອງບັນຊາການທະຫານບັນດາແຂວງ, ນະຄອນ ແລະກົມກອງທີ່ຕັ້ງທັບໃນບໍລິເວນ; ເຮັດວຽກກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍາແໜ້ນສະພາບການ, ກວດກາລະບົບແຜນການ, ແຜນງານຮັບມືກັບໄພທຳມະຊາດ, ການຊອກຫາກູ້ໄພ; ກໍາລັງ, ພາຫະນະ, ວັດຖຸອຸປະກອນພະລາທິການ, ເຕັກນິກ; ວຽກງານສື່ສານ ແລະລະບອບການເວນຍາມ, ປະຈໍາການບັນຊາ.
ເພື່ອຮັບມືກັບພາຍຸລູກທີ 11, ກອງບັນຊາການທະຫານບັນດາທ້ອງຖິ່ນໃນບໍລິເວນທະຫານເຂດ 3 ໄດ້ສົມທົບກັບກໍາລັງຕ່າງໆກວດກາຄືນຈໍານວນກໍາປັ່ນ, ເຮືອ ແລະແນະນຳໃຫ້ຊາວປະມົງ ຫຼີກລ້ຽງພາຍຸ; ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ; ກະກຽມແຜນງານ ເພື່ອຮັກສາລະບົບຄັນຄູ, ເຂື່ອນ, ກິດຈະກໍາສໍາຄັນ. ກໍາລັງທະຫານລາດ, ກຳລັງສຳຮອງໄດ້ລະດົມເພີ່ມອີກຢູ່ບັນດາບໍລິເວນຈຸດສຸມ.
* ໃນວັນດຽວກັນ, 2 ຄະນະປະຕິບັດງານຂອງກອງບັນຊາການຕໍາຫຼວດທະເລເຂດ 1 ໄດ້ລົງກວດກາວຽກງານປ້ອງກັນ, ຕ້ານພາຍຸລູກທີ 11 ຢູ່ເຂດຫຼີກລ້ຽງພາຍຸ ແລະບັນດາອົງການ, ກົມກອງທີ່ຢູ່ແຄມຝັ່ງ. ຢູ່ 3 ແຫ່ງທີ່ກໍາປັ່ນ, ເຮືອອີໂມຂອງກອງບັນຊາການຕໍາຫຼວດທະເລເຂດ 1 ຫຼີກລ້ຽງພາຍຸນັ້ນ ແມ່ນເຂດຫວຸງແຢງ, ຫວຸງຕຸ່ງເຊົາ, ວ້ານຕ່າຍເຊົາ (ແຂວງກວ໋າງນີງ), ການນຳຕໍາຫຼວດທະເລເຂດ 1 ໄດ້ຮຽກຮ້ອງໃຫ້ກອງພັນເຮືອ 11 ສືບຕໍ່ຍູ້ແຮງການໂຄສະນາ, ຮຽກຮ້ອງບັນດາພາຫະນະ ແລະຊາວປະມົງໃຫ້ຫຼີກລ້ຽງພາຍຸ; ກະກຽມແຜນງານຊອກຫາ, ກູ້ໄພກູ້ຊີບໃຫ້ເປັນຢ່າງດີ, ພ້ອມແລ້ວທີ່ຈະຮັບມືກັບກໍລະນີທີ່ອາດຈະເກີດຂຶ້ນ.
    |
 |
ທະຫານຊາຍແດນແຂວງກວ໋າງນີງ ຊ່ວຍປະຊາຊົນເສີມສ້າງເຮືອນຢູ່ກ່ອນພາຍຸລູກທີ 11 ຈະພັດເຂົ້າ. ພາບ: ຊວນຮຸ່ງ |
* ຕໍ່ໜ້າການຜັນແປທີ່ສັບສົນຂອງພາຍຸລູກທີ 11, ກອງບັນຊາການທະຫານຊາຍແດນແຂວງກວ໋າງນີງ ໄດ້ປະກາດແຜນການ, ໂທລະເລກທາງການ, ຜັນຂະຫຍາຍບັນດາມາດຕະການຮັບມືຕາມທິດນຳທີ່ວ່າ “ເປັນເຈົ້າການແຕ່ຫົວທີ, ແຕ່ໄກ, ເດັດດ່ຽວບໍ່ປະໃຫ້ຕົກຢູ່ໃນທ່າຮັບ”, ແນໃສ່ຈຳກັດຄວາມເສຍຫາຍກ່ຽວກັບຊີວິດ ແລະຊັບສິນຂອງປະຊາຊົນ.
ກອງບັນຊາການທະຫານຊາຍແດນແຂວງກວ໋າງນີງ ໄດ້ລະດົມກຳປັ່ນ 65 ຖ້ຽວ/ພະນັກງານ, ນັກຮົບ 260 ເທື່ອຄົນ, ແນະນໍາພາຫະນະ, ເຮືອແພເພື່ອຫຼີກລ້ຽງພາຍຸ; ໄດ້ຈັດໃຫ້ 7.442 ພາຫະນະ/ລູກເຮືອ 14.848 ຄົນຂຶ້ນຝັ່ງ ແລະຈອດເຮືອໄວ້ຢ່າງປອດໄພ; ບັນດາກົມກອງຍັງໄດ້ຈັດຕັ້ງທີ່ພັກລວມສູນ, ກະກຽມເຄື່ອງໃຊ້ທີ່ຈຳເປັນ ເພື່ອກຽມພ້ອມຕ້ອນຮັບປະຊາຊົນ.
ໂດຍ: ເຈິ່ນຮວ່ຽນ