ຕາມນັ້ນແລ້ວ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ຕິດຕາມ, ກໍາແໜ້ນສະພາບການຜັນແປຂອງພາຍຸ, ຝົນຕົກ, ນ້ຳຖ້ວມ; ຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານ ເພື່ອຮັບປະກັນຄວາມປອດໄພຂອງຄ້າຍທະຫານ, ຄັງສາງ, ບັນດາກິດຈະກໍາກໍ່ສ້າງ.

ກະກຽມກຳລັງ, ພາຫະນະກຽມພ້ອມຮັບມືກັບກໍລະນີຢ່າງທັນການ ແລະມີປະສິດທິຜົນ; ຮັບປະກັນຄວາມປອດໄພຢ່າງເດັດຂາດທາງດ້ານຊັບຊິນ ແລະອິນຊີ ເມື່ອປະຕິບັດໜ້າທີ່.

ທະຫານເຂດ 1, ທະຫານເຂດ 2, ທະຫານເຂດ 3 ຊີ້ນໍາກອງບັນຊາການທະຫານແຂວງ, ນະຄອນ ເປັນເຈົ້າການສົມທົບກັບອົງການ ເພື່ອເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຜັນຂະຫຍາຍມາດຕະການຮັບປະກັນຄວາມປອດໄພດ້ານອິນຊີ, ພາຫະນະ, ຊັບສິນໃຫ້ການເຄື່ອນໄຫວຢູ່ທະເລ, ໝູ່ເກາະ, ເຂດແຄມທະເລ, ການເຄື່ອນໄຫວທ່ອງທ່ຽວຢູ່ອ່າວພາກເໜືອ; ຈັດຕັ້ງການອົບພະຍົບປະຊາຊົນຢູ່ໃນເຂດອັນຕະລາຍໄປຮອດສະຖານທີ່ປອດໄພ.

leftcenterrightdel
ພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນ ແບກລອງຫວີ້ ຊ່ວຍຊາວປະໂມງ ຍົກ ແລະດຶງພາຫະນະຂຶ້ນຝັ່ງທະເລເພື່ອຫຼີກລ່ຽງພາຍຸ. ພາບ: qdnd.vn

ກອງບັນຊາການທະຫານຊາຍແດນ ຊີ້ນໍາກອງບັນຊາການທະຫານຊາຍແດນແຂວງ, ນະຄອນແຄມທະເລ ຈາກແຂວງກວາງນິງ ຈົນຮອດແຂວງນິງບິ່ງ ສືບຕໍ່ສໍາຫຼວດກວດຄືນ, ແນະນໍາເຮືອ, ກໍາປັ່ນ, ພາຫະນະທີ່ເຄື່ອນໄຫວຢູ່ທະເລ ເຄື່ອນຍ້າຍໄປຮອດບ່ອນທີ່ມີຄວາມປອດໄພ; ຄຸ້ມຄອງກຳປັ່ນ ແລະເຮືອຢູ່ບ່ອນຈອດຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ຄົນຢູ່ເທິງກຳປັ່ນໃນຍາມພາຍຸພັດຖະຫຼົ່ມ ແລະຫ້າມກັບຄືນສູ່ກຳປັ່ນ ເມື່ອຍັງບໍ່ທັນຮັບປະກັນຄວາມປອດໄພ ເທື່ອ.

ເຫຼົ່າທັບເຮືອ, ຕໍາຫຼວດທະເລຫວຽດນາມ ຈັດຕັ້ງກຳລັງ, ພາຫະນະ ເພື່ອກຽມພ້ອມກູ້ໄພກູ້ຊີບຢູ່ທະເລ. ເຫຼົ່າທັບອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ກຽມພ້ອມປະຕິບັດການບິນຊອກຫາ, ກູ້ຊີບກູ້ໄພເມື່ອມີຄໍາສັ່ງ.

ເຫຼົ່າຮົບສື່ສານ ຊີ້ນຳບັນດາກົມກອງຮັບປະກັນການຕິດຕໍ່ສື່ສານໃຫ້ການນຳກະຊວງປ້ອງກັນປະເທດເພື່ອຊີ້ນຳວຽກງານກູ້ຊີບກູ້ໄພ; ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ ສົມທົບກັບທະຫານເຂດຕ່າງໆ ລະດົມກຳລັງ ແລະພາຫະນະບໍ່ມີຄົນຂັບ ກຽມພ້ອມຜັນຂະຫຍາຍການຊອກຫາຢູ່ບັນດາເຂດທີ່ມີຄວາມສ່ຽງໄພດິນເຈື່ອນ, ນ້ຳຖ້ວມ, ເຂດຖືກຕັດຂາດ ຄື: ຕາແສງ ບາແຈ໊, ຕາແສງ ຕຽນອຽນ, ຕາແສງ ວິ໊ງທຶກ (ແຂວງ ກວາງນິງ) ແນໃສ່ແຈ້ງເຕືອນໄພລ່ວງໜ້າ ແລະຊອກຫາກູ້ໄພກູ້ຊີບ.

ໂດຍ: ທູຈາງ