ຄູອາຈານ ແລະນັກຮຽນໃນເຂດພູດອຍພວມປະເຊີນໜ້າກັບຄວາມສ່ຽງທີ່ບໍ່ສາມາດເປີດສົກຮຽນໃໝ່ໄດ້ຕາມແຜນການ. ຄວາມຫຍຸ້ງຍາກດັ່ງກ່າວ, ພະນັກງານ, ນັກຮົບຂອງທະຫານເຂດ 4 ພວມສົມທົບກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນ ເພື່ອຟື້ນຟູໂຮງຮຽນໃຫ້ນັກຮຽນຢູ່ເຂດຖືກນໍ້າຖ້ວມ.
ຢູ່ໂຮງຮຽນສາມັນສຶກສາຊົນເຜົ່າກິນນອນປະຖົມ ມີລີ 2, ຫຼັງຈາກນ້ຳຖ້ວມໜັກໃນຄືນໃນວັນທີ 22 ກໍລະກົດ, ໃນຂອບເຂດບໍລິເວນຂອງໂຮງຮຽນມີແຕ່ຂີ້ຕົມປົກຄຸມໄປໝົດ. ທ່ານ ເຈິ່ນຊີ໊ຮ່າ, ຜູ້ອຳນວຍການໂຮງຮຽນ ໄດ້ແບ່ງປັນວ່າ: “ຄວາມມານະພະຍາຍາມທັງໝົດຂອງທ້ອງຖິ່ນ ແລະຂອງຜູ້ໃຈບຸນໃຈກຸສົນຖືກນ້ຳພັດໄປໝົດ.”
    |
 |
ພະນັກງານ, ນັກຮົບກອງພັນໃຫຍ່ 335 ແລະກອງພົນ 324 ພ້ອມດ້ວຍຄູສອນໂຮງຮຽນປະຖົມ ບັກລີ 2 ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ. ພາບ:ແຄ໊ງຈີ່ງ |
ຕາມບົດລາຍງານຂອງພະແນກສຶກສາ ແລະກໍ່ສ້າງແຂວງເງະອານ, ພາຍຸລູກທີ 3 ໄດ້ທຳລາຍໂຮງຮຽນ 56 ແຫ່ງ, ໃນນັ້ນ ເຂດທີ່ຮ້າຍແຮງກວ່າໝູ່ແມ່ນຕາແສງ ເມືອງຕິບ, ບັກລີ, ໝີລີ; ມີຂີ້ຕົມໄຫຼເຂົ້າຖົມໂຮງຮຽນຫຼາຍກວ່າ 30.000 ແມັດກ້ອນ, ສ້າງຄວາມເສຍຫາຍຄິດເປັນມູນຄ່າສູງກວ່າ 130 ຕື້ດົ່ງ.
ໃນກໍລະນີຮີບດ່ວນ, ໜ້າທີ່ສໍາຄັນທີ່ສຸດແມ່ນການຟື້ນຟູໂຮງຮຽນເພື່ອໃຫ້ນັກຮຽນສາມາດເຂົ້າໃຫ້ທັນມື້ເປີດສົກຮຽນໃໝ່. ພະນັກງານ, ນັກຮົບກອງພັນໃຫຍ່ 335 ແລະກອງພົນ 324 (ທະຫານເຂດ 4) ໄດ້ເຄື່ອນທັບໄປຍັງໝູ່ບ້ານ, ໂດຍຜ່ານຕາມເສັ້ນທາງທີ່ດິນເຈື່ອນເພື່ອເຂົ້າໄປເຖິງໂຮງຮຽນແຕ່ລະແຫ່ງ. ຮູບພາບທະຫານລຸງໂຮ່ ມືຖືຈົກ, ຖືຊວ້ານ, ເຫື່ອໄຫຼໄຄຍ້ອຍ, ກວາດເຂ່ຍຂີ້ຕົມໃຫ້ພຽງ, ຈັດໂຕະຕັ່ງຄືນ, ຊວ້ານຂີ້ຕົມທີ່ຕັນທໍ່ລະບາຍນ້ຳອອກ... ໄດ້ກາຍເປັນກຳລັງໜູນຢ່າງແຂງແຮງຂອງເອື້ອຍອ້າຍຄູ ແລະນັກຮຽນຢູ່ທີ່ນີ້.
ໃນເວລາພຽງແຕ່ 10 ວັນ, ທະຫານ ແລະກຳລັງຕ່າງໆໄດ້ພ້ອມກັນຊວ້ານ, ຕັກຂີ້ຕົມອອກຈາກຫ້ອງຮຽນໄດ້ຫຼາຍພັນແມັດກ້ອນ, ລ້າງໂຕະຕັ່ງ, ເກັບມ້ຽນຂີ້ເຫຍື້ອ ແລະຕົ້ນໄມ້ຫັກຢູ່ເດີ່ນໃນໂຮງຮຽນ.ໂຮງຮຽນຫຼາຍແຫ່ງກັບມາສະອາດສວຍງາມຄືເກົ່າ, ກຽມຕ້ອນຮັບນັກຮຽນ. ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໂຮງຮຽນປະຖົມບັກລີ 2 ໃຫ້ຮູ້ວ່າ: “ຍ້ອນມີການໜູນຊ່ວຍຂອງທະຫານຢ່າງທັນການ, ຫ້ອງຮຽນແຕ່ລະຫ້ອງ, ຕັ່ງໂຕະ, ອຸປະກອນການຮຽນການສອນ, ເດີ່ນຫຼີ້ນໄດ້ຮັບການຟື້ນຟູຄືນໃໝ່. ພວກຂ້າພະເຈົ້າ ຮູ້ບຸນຄຸນຕໍ່ອາລົມຈິດທີ່ພວກອ້າຍມີຕໍ່ລູກສິດເຂດນໍ້າຖ້ວມທີ່ສຸດ”.
ທ່ານພັນເອກພິເສດ ເຈີ່ນແມ້ງກວນ, ຮອງຫົວໜ້າການທະຫານກອງພົນ 324 ຢືນຢັນວ່າ: “ໃນຈຸດສູງສຸດ, ສະເພາະແຕ່ກົມກອງໄດ້ລະດົມກຳລັງພະນັກງານ, ນັກຮົບ ໄປຊ່ວຍເຫຼືອປະຊາຊົນຢູ່ເຂດນ້ຳຖ້ວມໄດ້ 750 ຄົນ. ຍ້ອນວ່າມື້ເປີດສົກຮຽນໃໝ່ໃກ້ເຂົ້າມາແລ້ວ, ໂຮງຮຽນ, ສຳນັກງານ, ອົງການຕ່າງໆທີ່ພວກຂ້າພະເຈົ້າລ້ວນແຕ່ໃຫ້ບຸລິມະສິດກໍາລັງພາຫະນະໄປຊ່ວຍກ່ອນໝູ່. ສ່ວນໂຮງຮຽນຢູ່ບັນດາຕາແສງ ເມື່ອງແຊ໊ນ, ບັກລີ, ໝີລີ, ເມືອງຕິບ, ຍົນມາຍ... ທະຫານລ້ວນແຕ່ໄດ້ຈັດຕັ້ງໄປແກ້ໄຂ, ຊ່ວຍເຫຼືອ”.
ເມື່ອທະຫານຮ່ວມເດີນທາງແບ່ງປັນຄວາມຫຍຸ້ງຍາກນໍາເອື້ອຍອ້າຍຄູ ແລະນັກຮຽນຢູ່ເຂດປະສົບໄພນໍ້າຖ້ວມ, ບໍ່ພຽງແຕ່ເປັນການລ້າງຂີ້ຕົມ, ສ້າງຫ້ອງຮຽນເທົ່ານັ້ນ, ຫາກຍັງແມ່ນການກະທໍາທີ່ຮັກສາຄວາມໄຝ່ຝັນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກຮຽນຢູ່ເຂດຊາຍແດນຕື່ມອີກ. ສົກຮຽນໃໝ່ມາຮອດແລ້ວ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍກໍ່ຕາມ, ແຕ່ຍ້ອນມີການແບ່ງປັນ, ການຮ່ວມເດີນທາງຂອງທະຫານເຂດ 4 ແລະກໍາລັງຕ່າງໆ, ໂສມໜ້າຂອງໂຮງຮຽນຫຼາຍແຫ່ງຢູ່ເຂດຖືກນໍ້າຖ້ວມຈຶ່ງໄດ້ຮັບການຟື້ນຟູຄືນໃໝ່. ສຽງກອງເປີດສົກຮຽນໃໝ່ໃກ້ຈະດັງຂຶ້ນ, ເປັນການຢືນຢັນກຳລັງແຮງຂອງນ້ຳໃຈສາມັກຄີ, ນໍ້າໃຈລະຫວ່າງທະຫານ ແລະປະຊາຊົນ ເພື່ອໃຫ້ນັກຮຽນຢູ່ເຂດພູສູງແຂວງເງະອານ ກ້າວເຂົ້າສູ່ສົກຮຽນໃໝ່ດ້ວຍຄວາມເຊື່ອໝັ້ນ ແລະຄວາມຄາດຫວັງໃໝ່.
ໂດຍ: ໄຊນີດາ