ມອບໜ້າທີ່ໃຫ້ຄະນະພະນັກງານທີ່ເຂົ້າຮ່ວມກອງປະຊຸມສຸດຍອດຕໍາຫຼວດທະເລທ່ົວໂລກ
ກປ.ອອນໄລ - ວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວູຈູງກຽນ, ຮອງຜູ້ບັນຊາການຮັບຜິດຊອບດ້ານກົດໝາຍ ຕໍາຫຼວດທະເລຫວຽດນາມ ໄດ້ເປັນປະທານກອງປະຊຸມຊາບຊຶມ, ມອບໜ້າທີ່ໃຫ້ຄະນະພະນັກງານຕໍາຫຼວດທະເລຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຕໍາຫຼວດທະເລທ່ົວໂລກ (CGGS) ຄັ້ງທີ 4.
ຕາມແຜນການແລ້ວ, ຕໍາຫຼວດທະເລຫວຽດນາມ ຈະຈັດຄະນະພະນັກງານ ນໍາໂດຍ ທ່ານພັນເອກພິເສດ ໂງມິງຕຸ່ງ, ຮອງຫົວໜ້າເສນາທິການຕໍາຫຼວດທະເລ ເຂົ້າຮ່ວມກອງປະຊຸມສຸດຍອດຕໍາຫຼວດທະເລທົ່ວໂລກ ຄັ້ງທີ 4 ຢູ່ ນະຄອນ Rome, ປະເທດອີຕາລີ ແຕ່ວັນທີ 9-12 ກັນຍາ.
    |
 |
ທ່ານພົນຈັດຕະວາ ຫວູຈູງກຽນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມຊາບຊຶມ, ມອບໝາຍໜ້າທີ່ໃຫ້ຄະນະພະນັກງານຕໍາຫຼວດທະເລຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຕໍາຫຼວດທະເລທ່ົວໂລກ ຄັ້ງທີ 4, ທ່ານພົນຈັດຕະວາ ຫວູຈູງກຽນ ເນັ້ນໜັກວ່າ: ກອງປະຊຸມສຸດຍອດຕໍາຫຼວດທະເລທ່ົວໂລກ ຄັ້ງທີ 4 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີຄວາມໝາຍສຳຄັນ, ຈະສ້າງກາລະໂອກາດເພື່ອໃຫ້ບັນດາປະເທດແລກປ່ຽນຢ່າງໂປ່ງໃສ, ເປີດເຜີຍ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງໃນການເດີນທະເລຮ່ວມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທ່ານພົນຈັດຕະວາ ຫວູຈູງກຽນ ຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະ ຕ້ອງກໍາແໜ້ນເນື້ອໃນວຽກງານ, ຍົກສູງຄວາມຮັບຜິດຊອບຂອງຕົນ; ປະຕິບັດຫຼັກການດ້ານການທູດປ້ອງກັນຊາດຢ່າງເຂັ້ມງວດ, ເອົາໃຈໃສ່ເຖິງແບບແຜນການປະຕິບັດງານ; ກໍ່ສ້າງຈິດໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນໃນການເຮັດວຽກ ແລະດໍາເນີນຊີວິດ... ປະກອບສ່ວນປະຕິບັດສຳເລັດໜ້າທີ່ລວມຂອງຄະນະ. ຄຽງຂ້າງນັ້ນ, ບັນດາສະມາຊິກຕ້ອງຍາດແຍ່ງເວລາທີ່ລ້ຳຄ່າເພື່ອແລກປ່ຽນ ແລະແບ່ງປັນບົດຮຽນໃນການປະຕິບັດງານກັບກຳລັງປະຕິບັດກົດໝາຍບົນທະເລຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ.
ໂດຍ: ທູຈາງ