leftcenterrightdel
ທ່ານພົນໂທ ເລຮຸຍວິ້ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງພັກ ແລະລັດຖະບານ ແລະເລີ່ມມາຈາກຄວາມຕ້ອງການໃນຕົວຈິງຂອງໜ້າທີ່ການທະຫານ ແລະການປ້ອງກັນຊາດ; ນັບແຕ່ປີ 2021, ຄະນະພັກການທະຫານສູນກາງ ແລະການນໍາກະຊວງປ້ອງກັນປະເທດ ຍາມໃດກໍ່ເອົາໃຈໃສ່, ນໍາພາ, ຊີ້ນຳຢ່າງຂ້ຽວຂາດ, ຈັດຕັ້ງປະຕິບັດຫຼາຍໜ້າທີ່, ມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອຊຸກຍູ້ວຽກງານຫັນເປັນດີຈີຕອນໃນກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານພົນໂທ ທ໊າຍດ້າຍງອັກ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ໂຄງການດັ່ງກ່າວປະກອບມີ 2 ໄລຍະ (2024-2025 ແລະ 2026-2030) ແລະໄດ້ກໍານົດໂດຍພື້ນຖານກ່ຽວກັບເປົ້າໝາຍລວມ, ເປົ້າໝາຍລະອຽດ, ບັນດາໂຄງການ, ໜ້າທີ່ລະອຽດໃຫ້ບັນດາອົງການ, ກົມກອງ. ມາຮອດປະຈຸບັນໄດ້ປະຕິບັດເກືອບສໍາເລັດໄລຍະ 1 (2024-2025).

ເຖິງຢ່າງໃດກໍຕາມ, ນັບແຕ່ມະຕິເລກທີ 57-NQ/TW ຂອງກົມການເມືອງ ໄດ້ປະກາດໃຊ້, ບາງແຜນນະໂຍບາຍ, ກໍານົດທິດ ແລະວິທີຜັນຂະຫຍານກ່ຽວກັບການຫັນເປັນດີຈີຕອນໄດ້ມີການປ່ຽນແປງຫຼາຍຢ່າງ. ສະນັ້ນ, ຕ້ອງດັດປັບ ແລະເພີ່ມເຕີມແຜນຮ່າງຫັນເປັນດີຈີຕອນໃນກະຊວງປ້ອງກັນປະເທດ ໄລຍະ 2026-2030 ແມ່ນຈໍາເປັນທີ່ສຸດເພື່ອໃຫ້ສອດຄ່ອງກັບການຊີ້ນໍາ, ກໍານົດທິດຂອງພັກ, ລັດ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຫັນເປັນດີຈີຕອນຂອງກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານພົນຕີ ໂດຊວນຕຸ້ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ບົນພື້ນຖານບົດລາຍງານຂອງກອງບັນຊາການ 86 ດ້ວຍບົດບາດເປັນອົງການປະຈຳແຜນຮ່າງຫັນເປັນດີຈີຕອນ ໃນກະຊວງປ້ອງກັນປະເທດ ແລະຄຳເຫັນປະກອບ ແລະການສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ເນັ້ນໜັກວ່າ: ແຜນຮ່າງຫັນເປັນດີຈີຕອນໃນກະຊວງປ້ອງກັນປະເທດ ໃນໄລຍະຈະມາເຖິງຕ້ອງຜັນຂະຫຍາຍຕາມທິດລວມສູນ, ເປັນເອກະພາບ, ຮອບດ້ານ, ເຊື່ອມຕໍ່ໃນຂະແໜງທັງໝົດ ຈາກກະຊວງປ້ອງກັນປະເທດ ເຖິງບັນດາກົມກອງຮາກຖານໃນທົ່ວກອງທັບ.

ທ່ານພົນໂທ ເລຮຸຍວິ້ງ ສະເໜີໃຫ້ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຊີ້ນໍາວຽກງານສໍາຫຼວດ, ສ້າງເນື້ອໃນທີ່ກ່ຽວຂ້ອງເຖິງລະບົບນິເວດຫັນເປັນດີຈີຕອນວຽກງານເປັນເສນາທິການໃນທ່ົວກອງທັບ.  ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ນໍາຈັດຕັ້ງຜັນຂະຫຍາຍລະບົບນິເວດດີຈີຕອນຂະແໜງວຽກງານພັກ ແລະວຽກງານການເມືອງ ໃນໄລຍະ 2026-2028 ພາຍຫຼັງໄດ້ຮັບການອະນຸມັດຈາກກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ພ້ອມທັງ, ກອງບັນຊາການ 86 ເປັນປະທານ ແລະສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງກໍ່ສ້າງແຜນຮ່າງດັດປັບຕາມທັດສະນະ, ການກໍານົດທິດທີ່ໄດ້ວາງອອກ; ລາຍງານໃຫ້ການນໍາກະຊວງປ້ອງກັນປະເທດໃນເດືອນ ພະຈິກ 2025. ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເປັນປະທານ, ສົມທົບກັນສໍາຫຼວດ, ສະເໜີບັນດາມາດຕະການດ້ານເຕັກນິກ ແລະເນື້ອໃນທີ່ກ່ຽວຂ້ອງເພື່ອຮັບໃຊ້ການສ້າງແຜນຮ່າງດັດປັບ.

ໂດຍ: ໄຊນີດາ