ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມການເຈລະຈາປ້ອງກັນຊາດ ເຊີອຸນ ປີ 2025
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງກະຊວງປ້ອງກັນປະເທດ ສ.ເກົາຫຼີ, ແຕ່ວັນທີ 8-10 ກັນຍາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະມີບົດກ່າວປາໄສສໍາຄັນ ທີ່ການເຈລະຈາປ້ອງກັນຊາດ ເຊີອຸນ ຄັ້ງທີ 14 (ການເຈລະຈາ SDD-14) ຢູ່ ສ.ເກົາຫຼີ.
ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ທີ 2 ກ່ຽວກັບ “ການຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວ”, ທ່ານພົນໂທ ຮວ່າງຊວນຈຽນ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ໂລກພວມກ້າວເຂົ້າສູ່ໄລຍະຂາດສະຖຽນລະພາບໃໝ່, ສິ່ງທ້າທາຍດັ່ງກ່າວໄດ້ເຮັດໃຫ້ບັນດາປະເທດຕົກຢູ່ສະພາບສົງໄສ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດຫຼຸດລົງ, ເຮັດໃຫ້ຄວາມເຄັ່ງຕຶງດ້ານການທະຫານເພີ່ມຂຶ້ນ ແລະຊ່ວງເສັງດ້ານອາວຸດ. ປະສົບການປະຫວັດສາດສາກົນສະແດງໃຫ້ເຫັນວ່າ ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສວມບົດບາດສຳຄັນໃນການຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດໃນໄລຍະຍາວ.
    |
 |
ທ່ານພົນໂທ ຮວ່າງຊວນຈຽນ ກ່າວຄຳເຫັນທີ່ການເຈລະຈາປ້ອງກັນຊາດ ເຊີອູນ ຄັ້ງທີ 14. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນເດີນຕາມນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດໃນໂລກ, ພ້ອມທັງກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ສະເໜີ 5 ກຸ່ມມາດຕະການແກ້ໄຂ, ລວມມີ: ປະຕິບັດຕາມກົດໝາຍສາກົນ; ສືບຕໍ່ເຊີດຊູລັດທິຫຼາຍຝ່າຍ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສາກົນ, ພ້ອມກັນຮັກສາ ແລະເປີດກວ້າງການເຈລະຈາຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ການທູດ ໃນທຸກລະດັບ; ເຄົາລົບເອກະລາດ, ອະທິປະໄຕຜືນແຜ່ນດິນ; ເພີ່ມທະວີຄວາມໂປ່ງໃສທາງດ້ານນະໂຍບາຍ ແລະຍຸດທະສາດ; ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢູ່ພາກພື້ນ ແລະສາກົນ.
ທ່ານພົນໂທ ຮວ່າງຊວນຈຽນ ຊີ້ແຈ້ງວ່າ ການຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວ ບໍ່ພຽງແຕ່ແມ່ນການຄັດເລືອກທາງດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນຄວາມຮຽກຮ້ອງຈຳເປັນທີ່ມີລັກສະນະພາວະວິໄສເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນສະຕະວັດທີ 21.
ໂດຍ: ຈາງຫງວຽນ