ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາວ່າ: ການຊາບຊຶມ, ປະຕິບັດຢ່າງເຂັ້ມງວດການຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນການຈັດຕັ້ງກໍາລັງກອງທັບ, ທະຫານລາດປ້ອງກັນຕົວ ເຂົ້າຮ່ວມປະຕິບັດໜ້າທີ່ A80, ອະນຸກໍາມະການສວນສະໜາມ ເດີນຂະບວນ ຂອງກະຊວງປ້ອງກັນປະເທດ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາໜ້າທີ່, ສຸມໃສ່ການສຶກສາອົບຮົມ, ຊາບຊຶມໜ້າທີ່ຢ່າງມີປະສິດທິຜົນ; ຄັດເລືອກທະຫານ, ສໍາຫຼວດສະຖານທີີ່ຝຶກແອບ; ກະກຽມອາວຸດ, ອຸປະກອນ, ວຽກງານຮັບປະກັນ; ຈັດຕັ້ງການຝຶກແອບ... ວິວັດການປະຕິບັດ, ພະນັກງານ, ນັກຮົບ, ໂດຍສະເພາະແມ່ນນາຍທະຫານຍິງ ແລະທະຫານລາດປ້ອງກັນຕົວ ຍົກສູງຈິດໃຈຮັບຜິດຊອບ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫງ້ຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ພາຍຫຼັງ 4 ເດືອນຈັດຕັ້ງການຝຶກແອບ, ຝຶກຊ້ອມຮ່ວມ, ຝຶກຊ້ອມຄັ້ງທໍາອິດ, ຝຶກຊ້ອມຄ້ັງໃຫຍ່ ແລະສວນສະໜາມເດີນຂະບວນ ຢູ່ພິທີສະເຫຼີມສະຫຼອງໃນຕອນເຊົ້າວັນທີ 2 ກັນຍາ, ບັນດາກຳລັງທີ່ເຂົ້າຮ່ວມໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ, ສະແດງໃຫ້ເຫັນຄວາມເຄັ່ງຂຶມ ແລະກຳລັງແຮງຂອງກອງທັບ; ໄດ້ຮັບການຍ້ອງຍໍຊົມເຊີຍຈາກການນໍາພັກ, ລັດ; ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ປະຊາຊົນໃນທົ່ວປະເທດກ່ຽວກັບກອງທັບປະຊາຊົນຫວຽດນາມ ວິລະຊົນ, ເປັນກໍາລັງຫຼວງ, ຍອດຢ້ຽມ ແລະເປັນມິດ; ສ້າງກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບຮູບພາບທະຫານລຸງໂຮ່ ໃນໃຈປະຊາຊົນ ແລະເພື່ອນມິດສາກົນ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ຕີລາຄາສູງຄວາມຮັບຜິດຊອບສູງຂອງບັນດາສະມາຊິກອະນຸກໍາມະການ ແລະພະນັກງານ, ນັກຮົບເຂົ້າຮ່ວມປະຕິບັດໜ້າທີ່ A80. ກ່ຽວກັບບາງວຽກງານຕໍ່ໄປ, ທ່ານພົນໂທ ຫງວຽນວັນເຫງ້ຍ ສະເໜີບັນດາອົງການ, ກົມກອງເຮັດວຽກງານມອບ-ຮັບພື້ນຖານວັດຖຸ, ອາວຸດຍຸດໂທປະກອນ, ພາຫະນະເປັນຢ່າງດີ; ຈັດຕັ້ງການເຄື່ອນທັບກັບມາກົມກອງ ຮັບປະກັນຄວາມປອດໄພຢ່າງເດັດຂາດ;... ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ຕາມຄໍາສັ່ງວຽກງານການທະຫານ, ການປ້ອງກັນຊາດ ປີ 2025 ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ດໍາເນີນວຽກງານແຂ່ງຂັນ, ຍ້ອງຍໍ, ແກ້ໄຂນະໂຍບາຍແກ່ພະນັກງານ, ນັກຮົບໃຫ້ເປັນຢ່າງດີ ຮັບປະກັນຢ່າງແໜ້ນແຟ້ນ, ພາວະວິໄສ...

ໂດຍ: ໄຊນີດາ