ການຢ້ຽມຢາມທີ່ມີຄວາມໝາຍເປັນພິເສດ

ເຂົ້າຮ່ວມພິທີຕ້ອນຮັບ ແລະພົບປະສອງຝ່າຍມີທ່ານພົນໂທ ຖາຍດ້າຍງອກ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Alvaro Lopez Miera ທີ່ພິທີຕ້ອນຮັບ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນຕະຫຼອດໄລຍະ 65 ປີຜ່ານມາ, ການພົວພັນ ຫວຽດນາມ - ກູບາ ໄດ້ກາຍເປັນສັນຍາລັກທີ່ເປັນແບບຢ່າງແຫ່ງນ້ຳໃຈສາມັກຄີສາກົນທີ່ບໍລິສຸດຜຸດຜ່ອງ, ຈົງຮັກພັກດີ ແລະແໜ້ນແຟ້ນ. ເຖິງວ່າຢູ່ຫ່າງໄກເຄິ່ງຊີກໂລກກໍ່ຕາມ, ແຕ່ປະຊາຊົນສອງປະເທດລ້ວນແຕ່ໄດ້ຄຽງບ່າຄຽງໄຫຼ່, ໜູນຊ່ວຍເຊິ່ງກັນ ແລະກັນໃນທຸກທີ່ທຸກເວລາ. ຫວຽດນາມ ຈະບໍ່ຫຼົງລືມກ່ຽວກັບການສະໜັບສະໜູນອັນໃຫຍ່ຫຼວງ, ສຸດຈິດສຸດໃຈຂອງກູບາ ໃນຊຸມປີທີ່ຫຍຸ້ງຍາກລໍາບາກທີ່ສຸດຂອງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ.

ທ່ານພົນໂທ Alvaro Lopez Miera ເນັ້ນໜັກວ່າ, ກູບາ ຍາມໃດກໍ່ຮູ້ສຶກເອກອ້າງທະນົງໃຈ ທີ່ມີຫວຽດນາມ ເປັນປະເທດອ້າຍນ້ອງ; ພ້ອມແລ້ວທີ່ຈະຊຸກຍູ້, ປັບປຸງການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ຜ່ານນັ້ນປະກອບສ່ວນພັດທະນາສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດຫວຽດນາມ - ກູບາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Alvaro Lopez Miera. ພາບ: qdnd.vn

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໃນໂລກ, ພາກພື້ນ ແລະກອງທັບຂອງແຕ່ລະປະເທດ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຖານະທີ່ເປັນປະເທດທີ່ໄດ້ຜ່ານຄວາມເຈັບປວດ, ຜ່ານການສູນເສຍຢ່າງໜັກໜ່ວງຈາກສົງຄາມ, ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ,  ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ; ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ “4 ບໍ່”, ແຜນນະໂຍບາຍຕໍ່ສູ້ແກ້ໄຂທຸກການແກ່ງແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ; ເຄົາລົບລະບອບລະບຽບການຫຼາຍຝ່າຍ, ເປັນຕົ້ນແມ່ນໂດຍສະຫະປະຊາຊາດ ແລະ ອາຊຽນ ນຳໜ້າ.

ສິ້ນສຸດການພົບປະ, ສອງຝ່າຍໄດ້ລົງນາມໃນແຜນການຮ່ວມມືດ້ານປ້ອງກັນຊາດ ໃນເວລາ 3 ປີ ໄລຍະ 2026-2028 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ.

ຊຸກຍູ້ການຮ່ວມມືໃນວຽກງານພັກ, ວຽກງານການເມືອງໃນກອງທັບ

ຕອນເຊົ້າວັນທີ 3 ກັນຍາ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ພົບປະກັບທ່ານພົນໂທ Alvaro Lopez Miera.

leftcenterrightdel
ທ່ານພົນເອກ ຈິ້ງວັນກວຽດ ແລກປ່ຽນກັບທ່ານພົນໂທ Alvaro Lopez Miera. ພາບ: qdnd.vn

ທີ່ການພົບປະ, ທ່ານພົນເອກ ຈິ້ງວັນກວຽດ ເນັ້ນໜັກວ່າ, ໃນຂະບວນການປົກປັກຮັກສາ ແລະສ້າງສາປະເທດຊາດ, ຫວຽດນາມ ຍາມໃດກໍ່ຈົດຈຳເຖິງການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ ກູບາ ໄດ້ສະຫງວນໃຫ້ແກ່ຫວຽດນາມ. ເນື່ອງໃນໂອກາດປີມິດຕະພາບຫວຽດນາມ - ກູບາ 2025, ເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສູນກາງສະພາກາແດງຫວຽດນາມ ໄດ້ປຸກລະດົມລາຍການທົ່ວປະເທດເພື່ອຂົນຂວາຍການສະໜັບສະໜູນປະຊາຊົນ ກູບາ ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ. ລາຍການໄດ້ຮັບການຕອບສະໜອງຢ່າງແຂງແຮງຈາກຊາວຫວຽດນາມ ນັບຫຼາຍລ້ານຄົນ. ນີ້ບໍ່ພຽງແຕ່ແມ່ນການໜູນຊ່ວຍເທົ່ານັ້ນ, ຫາກຍັງສະແດງອອກໃຫ້ເຫັນຄວາມຮູ້ບຸນຄຸນ, ນ້ຳໃຈສັດຊື່ບໍລິສຸດ ແລະຄວາມຈົງຮັກພັກດີຕໍ່ປະເທດ ແລະປະຊາຊົນ ກູບາ ອີກດ້ວຍ.

ຕາມທ່ານພົນເອກ ຈິ້ງວັນກວຽດ ແລ້ວ, ການຮ່ວມມືກ່ຽວກັບວຽກງານພັກ ແລະວຽກງານການເມືອງລະຫວ່າງກອງທັບປະຊາຊົນຫວຽດນາມ ແລະບັນດາກໍາລັງປະກອບອາວຸດປະຕິວັດກູບາ ໃນໄລຍະຜ່ານມາ ບັນລຸໄດ້ບັນດາໝາກຜົນສຳຄັນບົນພື້ນຖານການປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືວຽກງານພັກ, ວຽກງານການເມືອງໃນກອງທັບ ທີ່ໄດ້ລົງນາມໃນເດືອນທັນວາ 2022 ຢ່າງມີປະສິດທິຜົນ.

ທ່ານພົນໂທ Alvaro Lopez Miera ເນັ້ນໜັກວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ - ກູບາ ໃນໄລຍະຜ່ານມາ ມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີວຽກງານພັກ, ວຽກງານການເມືອງ; ຫວັງວ່າສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ພິເສດແມ່ນໃນການໂຄສະນາກ່ຽວກັບການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງກອງທັບໃຫ້ກວ້າງຂວາງກວ່າອີກ.

ຢືນຢັນການພົວພັນອັນຊື່ສັດບໍລິສຸດ, ໝັ້ນແກ່ນ

ຕອນບ່າຍວັນທີ 3 ກັນຍາ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ພົບປະກັບທ່ານພົນໂທ Alvaro Lopez Miera.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ Alvaro Lopez Miera ຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຫວຽດນາມ ແລະກູບາ ແມ່ນສອງປະເທດສັງຄົມນິຍົມອ້າຍນ້ອງທີ່ມີສາຍພົວພັນສາມັກຄີ, ສະໜິດຕິດພັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສ້າງສາ ແລະພັດທະນາປະເທດຊາດ. ໃນ 65 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ຝຶກຝົນຫຼໍ່ຫຼອມຕໍ່ທຸກສິ່ງທ້າທາຍໃນທຸກເວລາ, ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງ, ແມ່ນແບບຢ່າງທີ່ຫາຍາກໃນການພົວພັນສາກົນ.

ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເນື້ອໃນທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບ, ລົງນາມ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະຕັ້ງໜ້າຊີ້ນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງຜັນຂະຫຍາຍແຜນການຮ່ວມມືດ້ານປ້ອງກັນຊາດໃນເວລາ 3 ປີ ໄລຍະ 2026 - 2028 ຢ່່າງຮອບດ້ານ; ຊຸກຍູ້ການແຮກສ່ຽວລະຫວ່າງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ສອດຄ່ອງກັບເງື່ອນໄຂ ແລະຄວາມສາມາດຂອງແຕ່ລະຝ່າຍ, ປະກອບສ່ວນຍົກສູງກຳລັງຄວາມສາມາດປົກປັກຮັກສາປະເທດຊາດຂອງກອງທັບໃນສະພາບການໃໝ່.

ເມື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານພົນໂທ Alvaro Lopez Miera ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະມີຄວາມຕ້ອງການ. ທ່ານພົນໂທ Alvaro Lopez Miera ຢືນຢັນວ່າ ຍາມໃດ ທ່ານ ກໍ່ຈະມານະພະຍາຍາມຮັດແໜ້ນການພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງກອງທັບສອງປະເທດ ຫວຽດນາມ - ກູບາ.

ໂດຍ: ຈາງຫງວຽນ