ຄະນະຜູ້ແທນກະຊວງປ້ອງກັນປະເທດຂອງບັນດາປະເທດ ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ
ກປ.ອອນໄລ - ໃນຂອບເຂດການເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ, ຕອນບ່າຍວັນທີ 2 ກັນຍາ, ຄະນະຜູ້ແທນກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ແລະກະຊວງປ້ອງກັນປະເທດບັນດາປະເທດ ຄື: ອາແຊກໄບຊານ, ສະຫະພັນລັດເຊຍ, ເບລາຣຸດ ໄດ້ໄປວາງຊໍ່ດອກໄມ້ທີ່ກຸ່ມຮູບປັ້ນສະແດງຄວາມຮູ້ບຸນຄຸນບັນດາຊ່ຽວຊານການທະຫານຂອງກູບາ ແລະສະຫະພາບໂຊວຽດ; ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບການໜູນຊ່ວຍຢ່າງສຸດຈິດສຸດໃຈ, ສັດຊື່ບໍລິສຸດ ແລະມີປະສິດທິຜົນຈາກບັນດາປະເທດ ແລະເພື່ອນມິດສາກົນ, ພິເສດແມ່ນ ກູບາ, ສະຫະພາບໂຊວຽດ, ຈີນ, ລາວ, ກຳປູເຈຍ - ເຊິ່ງເປັນສະຫາຍ ແລະເພື່ອນມິດທີ່ໄດ້ປະກອບເຫື່ອແຮງ, ຊັບສິນ ແລະເລືອດເນື້ອເພື່ອເອກະລາດ ແລະສັນຕິພາບຂອງຫວຽດນາມ.
    |
 |
ຄະນະຜູ້ແທນກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ແລະຫວຽດນາມ ຈັດພິທີໄວ້ອາໄລ. ພາບ: qdnd.vn |
    |
 |
ຄະນະຜູ້ແທນກະຊວງບັນດາກໍາລັງປະກອບອາວຸດປະຕິບັດກູບາ ແລະກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn |
ນີ້ແມ່ນບັນດາກິດຈະກໍາທີ່ມີຄຸນຄ່າປະຫວັດສາດ, ວັດທະນະທຳ ແລະການເມືອງອັນເລິກເຊິ່ງ, ເປັນສັນຍາລັກທີ່ມີຊີວິດຊີວາແຫ່ງຈິດໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ສຸດຈິດສຸດໃຈ; ພ້ອມທັງເປັນພະຍານຫຼັກຖານສະແດງໃຫ້ເຫັນເຖິງການເສຍຫຼະຫຼະ, ການອຸທິດສ່ວນອັນໃຫຍ່ຫຼວງຂອງເພື່ອນມິດສາກົນຕໍ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ.
ໂດຍ: ທູຈາງ