ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ກ່າວຄໍາເຫັນປຶກສາຫາລືຢ່າງກະຕືລືລົ້ນ. ໃນນັ້ນ, ບັນດາຄຳເຫັນລ້ວນແຕ່ສະແດງຄວາມເຫັນດີເຫັນພ້ອມ, ເຫັນດີເປັນເອກະພາບສູງຕໍ່ບັນດາເນື້ອໃນ; ຖືວ່າ, ບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ແມ່ນໄດ້ກະກຽມຢ່າງລະອຽດ ແລະໄດ້ຮັບເອົາຄໍາເຫັນຊີ້ນໍາຂອງຄະນະປະຈຳຄະນະພັກການທະຫານສູນກາງ, ການນໍາກົມໃຫຍ່ການເມືອງ ແລະການປະກອບສ່ວນຂອງກອງປະຊຸມໃຫຍ່ພັກທຸກຂັ້ນ. ບັນດາຄໍາເຫັນເຫັນດີຕໍ່ເນື້ອໃນຂອງເອກະສານ.

leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ ພ້ອມກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຕວ໊ນຮຸຍ

ກ່ຽວກັບທິດທາງໃນອາຍຸການ 2025-2030, ຄຽງຂ້າງຄວາມເຫັນດີເປັນເອກະພາບສູງຕໍ່ເນື້ອໃນທິດທາງໃນຮ່າງບົດລາຍງານການເມືອງແລ້ວ, ບາງຄຳເຫັນໄດ້ສຸມໃສ່ວິເຄາະ, ເນັ້ນໜັກເຖິງການເຮັດແຈ້ງບາງເນື້ອໃນ, ຄື: ສືບຕໍ່ປະຕິບັດເປົ້າໝາຍຍົກສູງຄຸນນະພາບການຄົ້ນຄວ້າ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເຈົ້າການໃນການເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ບັນດາແຜນນະໂຍບາຍ, ມາດຕະການຍຸດທະສາດ ແລະຊີ້ນໍາ, ແນະນໍາການຈັດຕັ້ງປະຕິບັດວຽກງານພັກ, ວຽກງານການເມືອງ, ປະກອບສ່ວນຮັກສາ ແລະເພີ່ມທະວີການນຳພາເດັດຂາດ ໂດຍກົງແລະຮອບດ້ານຂອງພັກ ຕໍ່ກອງທັບ ແລະເຮັດພົ້ນເດັ່ນບົດບາດ, ຖານະທີ່ຕັ້ງຂອງກົມໃຫຍ່ການເມືອງ ໃນການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ ເພື່ອເປັນພື້ນຖານຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງສູ້ຮົບຂອງກອງທັບ, ຮັບປະກັນໃຫ້ກອງທັບ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ...

leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່. ພາບ: ຕວ໊ນຮຸຍ

ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານພົນເອກ ຈິ້ງວັນກວ໊ຽດ ເນັ້ນໜັກວ່າ ອົງຄະນະພັກອົງການກົມໃຫຍ່ການເມືອງ ແມ່ນກອງປະຊຸມໃຫຍ່ຂອງອົງຄະນະພັກພິເສດ, ອົງການທີ່ມີທີ່ຕັ້ງສຳຄັນທີ່ສຸດໃນລະບົບການຈັດຕັ້ງພັກຂອງກອງທັບ, ມີປະຫວັດສາດອັນສະຫງ່າລາສີ, ມູນເຊື້ອວິລະຊົນ, ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ແລະໄຊຊະນະຂອງກອງທັບປະຊາຊົນຫວຽດນາມ. ພ້ອມທັງຢືນຢັນວ່າ, ພາຍໃຕ້ການນຳພາ, ຊີ້ນໍາໂດຍກົງຂອງຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ,  ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃນ 80 ກວ່າປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ອົງຄະນະພັກ ໄດ້ນຳພາ, ຊີ້ນໍາອົງການ ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIX ໄດ້ວາງອອກ, ຫຼາຍໜ້າທີ່ປະຕິບັດສຳເລັດເປັນຢ່າງດີ ແລະດີເລີດ.

leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ, ບັນດາຜູ້ແທນ ພ້ອມກັບຄະນະປະທານກອງປະຊຸມໃຫຍ່. ພາບ: ຕວ໊ນຮຸຍ

ຄຽງຄູ່ກັບເນື້ອໃນດັ່ງກ່າວ, ວັນທີ 4 ກັນຍາ, ພາຍໃຕ້ການບໍລິຫານງານຂອງຄະນະປະທານ, ກອງປະຊຸມໃຫຍ່ໄດ້ດຳເນີນວຽກງານບຸກຄະລາກອນເລືອກຕັ້ງຄະນະບໍລິຫານງານອົງຄະນະພັກອົງການກົມໃຫຍ່ການເມືອງ ອາຍຸການ 2025-2030 ແລະບຸກຄະລາກອນເພື່ອເລືອກຕັ້ງ ຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII.

ໂດຍ: ເຈິ່ນຮວ່ຽນ