ເຮັດໃຫ້ການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ ແລະກູບາ ເລິກເຊິ່ງຂຶ້ນຕື່ມ
ກປ.ອອນໄລ - ຕອນບ່າຍວັນທີ 4 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຖ໋າຍດ້າຍຫງອັກ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານເຂດ La Habana, ກອງບັນຊາການທະຫານເຂດຕາເວັນຕົກ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ນໍາໂດຍ ທ່ານພົນຕີ Ernest Feijoo Eiro ຜູ້ບັນຊາການທະຫານເຂດຕາເວັນຕົກ.