ທ່ານພົນເອກ ຈິ້ງວັນກວຽດ ຕ້ອນຮັບຫົວໜ້າກົມໃຫຍ່ວຽກງານແນວຄິດ, ກະຊວງປ້ອງກັນປະເທດ ເບລາຣຸດ
ກປ.ອອນໄລ - ຕອນບ່າຍວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Kasinski Leanid Viktorovich, ຫົວໜ້າກົມໃຫຍ່ວຽກງານແນວຄິດ, ກະຊວງປ້ອງກັນປະເທດ ເບລາຣຸດ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ ກ່ຽວກັບວຽກງານແນວຄິດ.
ທ່ານພົນເອກ ຈິ້ງວັນກວຽດ ເນັ້ນໜັກວ່າ, ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ເບລາຣຸດ ໂດຍໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ ແລະປະຊາຊົນສອງປະເທດ ຜ່ານຫຼາຍລຸ້ນຄົນ, ທ່ານພົນເອກ ຈິ້ງວັນກວຽດ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ເມື່ອເດືອນ ພຶດສະພາ 2025; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະເບລາຣຸດ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
    |
 |
ທ່ານພົນເອກ ຈິ້ງວັນກວຽດ ແລກປ່ຽນກັບທ່ານພົນຈັດຕະວາ Kasinski Leanid Viktorovich. ພາບ: ແອງຫວູ |
ທ່ານພົນເອກ ຈິ້ງວັນກວຽດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ ແລະຈົດຈໍາການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະສຸດຈິດສຸດໃຈທີ່ປະຊາຊົນເບລາຣຸດ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ແລະພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ໃນປັດຈຸບັນ. ເພື່ອຕອບບຸນແທນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່ານັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ກໍ່ສ້າງອະນຸສາວະລີນັກຊ່ຽວຊານການທະຫານສະຫະພາບໂຊວຽດ (ໃນນັ້ນມີນັກຊ່ຽວຊານການທະຫານເບລາຣຸດ) ໃນບໍລິເວນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະກອງທັບສອງປະເທດ.
    |
 |
ທ່ານພົນເອກ ຈິ້ງວັນກວຽດ ແລະທ່ານພົນຈັດຕະວາ Kasinski Leanid Viktorovich. ພາບ: ແອງຫວູ |
ທ່ານພົນຈັດຕະວາ Kasinski Leanid Viktorovich ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ; ແບ່ງປັນຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຄວາມອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ, ພ້ອມທັງຕີລາຄາສູງການຕອບບຸນແທນຄຸນຂອງຫວຽດນາມ ທີ່ມີຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ທ່ານພົນຈັດຕະວາ Kasinski Leanid Viktorovich ຮັບຮູ້ ແລະສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ເບລາຣຸດ ໃນໄລຍະຜ່ານມາ ແລະເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາ, ພິເສດແມ່ນພາຍຫຼັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
ໂດຍ: ໄຊນີດາ