ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານອະນຸກໍາມະການຫວຽດນາມ, ປະທານຮ່ວມຄະນະກໍາມາທິການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ຕ້ອນຮັບຄະນະ.

ທີ່ການເຮັດວຽກ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ແຈ້ງໃຫ້ທ່ານ Vladimir Vladimirovich Yakushev ຮັບຊາບກ່ຽວກັບບາງເນື້ອໃນຂອງການເຈລະຈາຍຸດທະສາດດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ ຄັ້ງທີ 8; ບັນດາບັນຫາການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືໃນຂອບເຂດສູນເຂດຮ້ອນ ຫວຽດນາມ - ລັດເຊຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການຢ້ຽມຢາມ, ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ. ພາບ: ຮ່ຽນມິງ

ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການຢ້ຽມຢາມຂັ້ນສູງຂອງການນໍາສອງປະເທດ. ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນດາການກໍານົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ໃນໄລຍະຮ່ວມມືໃໝ່, ໃນນັ້ນຊີ້ແຈ້ງວ່າ: ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ; ພ້ອມທັງກໍຢືນຢັນເຫັນດີເປັນເອກະພາບໜູນຊ່ວຍການເຄື່ອນໄຫວ, ປັບປຸງຄວາມສາມາດບົ່ມຊ້ອນ, ຮັບປະກັນການເຄື່ອນໄຫວຄົ້ນຄ້ວາວິທະຍາສາດຂອງບັນດານັກວິທະຍາສາດ ຫວຽດນາມ ແລະ ລັດເຊຍ ຢູ່ສູນເຂດຮ້ອນ ຫວຽດນາມ-ລັດເຊຍ ທຽບເທົ່າກັບລະດັບພາກພື້ນ ແລະສາກົນ; ເຫັນດີຊຸກຍູ້ການຖ່າຍທອດເຕັກໂນໂລຊີໃນຂອບເຂດການເຄື່ອນໄຫວສູນເຂດຮ້ອນ ຫວຽດນາມ - ລັດເຊຍ.

ສ່ວນທ່ານ Vladimir Vladimirovich Yakushev ເນັ້ນໜັກວ່າ, ໃນໄລຍະທີ່ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບມີປະສິດທິຜົນ, ແທດຈິງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ສວມບົດບາດຫຼັກແຫຼ່ງໃນການພົວພັນສອງຝ່າຍ. ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດທີ່ສູນເຂດຮ້ອນ ຫວຽດນາມ-ລັດເຊຍ ແມ່ນຕົວຢ່າງອັນພົ້ນເດັ່ນ.

ໂດຍ: ຈາງຫງວຽນ