ເຂດວາງສະແດງຂອງກະຊວງປ້ອງກັນປະເທດ ແມ່ນຈຸດພົ້ນເດັ່ນທີ່ງານວາງສະແດງຜົນງານຂອງປະເທດ
ກປ.ອອນໄລ - ວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບງານວາງສະແດງຜົນງານຂອງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (ເອີ້ນຫຍໍໍ້ແມ່ນຄະນະຊີ້ນໍາ). ທ່ານພົນໂທ ຫວູຫາຍສານ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາ ເປັນປະທານກອງປະຊຸມ.
ຕາມບົດລາຍງານທີ່ກອງປະຊຸມ, ບັນດາເຂດວາງສະແດງຂອງກະຊວງປ້ອງກັນປະເທດ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃນແຕ່ລະມື້, ແມ່ນຈຸດພົ້ນເດັ່ນທີ່ສຳຄັນທີ່ງານວາງສະແດງຜົນງານຂອງປະເທດ. ປະຊາຊົນ ແລະນັກທ່ອງທ່ຽວ ໄດ້ສະແດງຄວາມສະເທືອນໃຈເມື່ອຊອກຮູ້ເລື່ອງລາວກ່ຽວກັບປະຫວັດສາດ, ມີຄວາມເອກອ້າງທະນົງໃຈຕໍ່ກັບມູນເຊື້ອ, ກໍາລັງແຮງຂອງກອງທັບປະຊາຊົນຫວຽດນາມ ແລະມີຄວາມປະທັບໃຈຕໍ່ກັບການເຄື່ອນໄຫວທີ່ມີລັກສະນະໂຕ້ຕອບສູງ, ສົມທົບລະຫວ່າງປະຫວັດສາດ ກັບເຕັກໂນໂລຢີ, ລັກສະນະສຶກສາອົບຮົມ ແລະສ້າງແຮງບັນດານໃຈຈາກເຂດວາງສະແດງຂອງກະຊວງປ້ອງກັນປະເທດ.
    |
 |
ທ່ານພົນໂທ ຫວູຫາຍສານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາ ເປັນປະທານກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໃຫ້ຄະນະຊີ້ນຳ, ທ່ານພົນໂທ ຫວູຫາຍສານ ໄດ້ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງໃນການຜັນຂະຫຍາຍປະຕິບັດໜ້າທີ່ຈັດຕັ້ງເຂດວາງສະແດງຂອງກະຊວງປ້ອງກັນປະເທດ ທີ່ງານສະແດງຜົນງານຂອງປະເທດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງງານວາງສະແດງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນມີເວລາ ເມື່ອມາຢ້ຽມຊົມຫຼາຍຕື່ມອີກ ແລະ ເຂົ້າຮ່ວມການເຄື່ອນໄຫວ, ເຫດການທີ່ງານວາງສະແດງ, ນາຍົກລັດຖະມົນຕີ ໄດ້ຕົກລົງເລືື່ອນເວລາວາງສະແດງໄປຮອດວັນທີ 15 ກັນຍາ ຈຶ່ງອັດລົງ. ທ່ານພົນໂທ ຫວູຫາຍສານ ຮຽກຮ້ອງໃຫ້ອົງການ, ກົມກອງ, ກໍາລັງຕ່າງໆ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນຈໍານວນພົນ ເພື່ອຮັບໃຊ້ງານວາງສະແດງ, ຮັບປະກັບສະພາບດີທີ່ສຸດ ທີ່ເຂດວາງສະແດງຢູ່ໃນເຮືອນ ແລະກາງແຈ້ງ ເພື່ອຮັບໃຊ້ປະຊາຊົນ ມາຢ້ຽມຊົມ ຢ່າງຮອບຄອບຖີ່ຖ້ວນ.
ໂດຍ: ທູຈາງ