ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ
ກປ.ອອນໄລ - ຕອນບ່າຍວັນທີ 4 ກັນຍາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດ ອາແຊກໄບຢານ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ຢືນຢັນວ່າ ປະຊາຊົນຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ ແລະຈົດຈຳການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງ ປະຊາຊົນອາແຊກໄບຢານ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ; ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດ ອາແຊກໄບຢານ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນພຶດສະພາ 2025 ແລະ ການອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະ ສາດ ໄດ້ປະກອບສ່ວນເພີ່ມທະວີ ແລະພັດທະນາການພົວພັນສອງປະເທດກວ່າອີກ, ສ້າງພື້ນຖານອັນສຳຄັນໃຫ້ແກ່ການພັດທະນາການຮ່ວມມືໃນບັນດາຂົງເຂດ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງປ້ອງກັນປະເທດ ສອງປະເທດ ສືບຕໍ່ຊຸກຍູ້, ຮັດແໜ້ນກວ່າອີກການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ສອດຄ່ອງກັບບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແລະບັນດາເອກະສານທີ່ໄດ້ລົງນາມ; ສະເໜີໃຫ້ສອງປະເທດຊຸກຍູ້ການເຊື່ອມຈອດທາງລົດໄຟ, ພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ...; ສະເໜີທ່ານພົນໂທ Zakir Hasanov ສືບຕໍ່ເອົາໃຈໃສ່ ແລະສະໜັບສະໜູນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບພັດທະນາ, ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານພົນໂທ Zakir Hasanov ຂອບໃຈຢ່າງຈິງໃຈມາຍັງຫວຽດນາມ ທີ່ໄດ້ເຊື້ອເຊີນຄະນະຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຊົມເຊີຍຫວຽດນາມ ທີ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປະສົບຜົນສຳເລັດ; ສະແດງຄວາມປະທັບໃຈ ແລະອາລົມຈິດອັນດີງາມຕໍ່ຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ວິລະຊົນ. ຖືວ່າສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນທີ່ສາມາດເພີ່ມທະວີການແລກປ່ຽນ, ປຶກສາຫາລື, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ທ່ານພົນໂທ Zakir Hasanov ຊີ້ແຈ້ງວ່າການນຳຂັ້ນສູງອາແຊກໄບຢານ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ. ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຢານ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນຍັງຫຼາຍຢູ່, ຢືນຢັນຈະຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຕາມທີ່ທ່ານນາຍົກລັດຖະມົນຕີ ໄດ້ປຶກສາຫາລື, ຜ່ານນັ້ນ ປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນເຂົ້າໃນການພົວພັນລະຫວ່າງສອງປະເທດ.
ໂດຍ: ກວຽດເຕິມ