ການເຈລະຈາຍຸດທະສາດປ້ອງກັນຊາດ ຫວຽດນາມ - ລັດເຊຍ ຄັ້ງທີ 8
ກປ.ອອນໄລ - ຕອນເຊົ້າວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນການເຈລະຈາຍຸດທະສາດດ້ານປ້ອງກັນຊາດ ຫວຽດນາມ - ສະຫະພັນລັດເຊຍ ຄັ້ງທີ 8 ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ Alexander Vasilyevich Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ: “ການມີໜ້າຂອງຄະນະຜູ້ແທນ ແລະກ້ອນກໍາລັງສວນສະໜາມລັດເຊຍ ເຂົ້າຮ່ວມພິທີສວນສະໜາມເດີນຂະບວນ ທີ່ພິທີສະເຫຼີມສະຫຼອງ ອີກຄັ້ງໜຶ່ງຢັ້ງຢືນບົດບາດສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ຫວຽດ ນາມ ຍາມໃດກໍ່ຈົດຈຳ ແລະຮູ້ບຸນຄຸນການໜູນຊ່ວຍ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງຂອງໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປັດຈຸບັນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.”
    |
 |
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn |
ທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງອະນຸສາວະລີບັນດານັກຊ່ຽວຊານການທະຫານໂຊວຽດ ທີ່ເຄີຍຊ່ວຍຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສືບຕໍ່ໍສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນອັນສະໜິດສະໜົມ ແລະອາລົມຈິດອັນດີງາມລະຫວ່າງສອງປະເທດ ແລະສອງກອງທັບ.
ທ່ານພົນໂທ Alexander Vasilyevich Fomin ໄດ້ເນັ້ນໜັກ: “ຕະຫຼອດ 75 ປີຜ່ານມາ, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ມີຄວາມຜູກພັນນໍາກັນດ້ວຍພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມ. ດ້ວຍຄວາມໄວ້ເນື້ອເຊື່ອໃຈນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການເອົາໃຈໃສ່ພັດທະນາ, ກາຍເປັນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນບັນດາຂົງເຂດ ຄື: ພົບປະແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ-ເຫຼົ່າຮົບ; ການຮ່ວມມືກັບສູນເຂດຮ້ອນຫວຽດນາມ - ລັດເຊຍ...”.
ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເຄົາລົບກົດໝາຍສາກົນ, ຢືດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່” ຢ່າງສະເໝີຕົ້ນສະເໝີປາຍ.
ສອງຝ່າຍເຫັນດີຊຸກຍູ້ການພົວພັນຮ່ວມມືບໍາລຸງສ້າງ, ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ, ການແພດທະຫານ, ຄົ້ນຄວ້າວິທະຍາສາດ, ຮັກສາການປະສານງານ ແລະປຶກສາຫາລືຢູ່ບັນດາກົນໄກ ແລະເວທີປາໄສສາກົນຫຼາຍຝ່າຍກ່ຽວກັບການປ້ອງກັນຊາດ.
ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ສະຫະພັນລັດເຊຍ ຄັ້ງທີ 8. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບຫຼຽນກາມິດຕະພາບ ໃຫ້ພົນໂທ Alexander Vasilyevich Fomin ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປະກອບສ່ວນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ.
ໂດຍ: ໄຊນີດາ