    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ: ການສ້າງຕັ້ງກອງບັນຊາການປືນໃຫຍ່ - ລູກສອນໄຟ ແມ່ນເຫດການທີ່ມີຄວາມໝາຍຍຸດທະສາດສໍາຄັນພິເສດ, ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃໝ່, ວິໄສທັດອັນຍາວນານຂອງກົມການເມືອງ, ຄະນະພັກການທະຫານສູນກາງ ໃນການປັບປຸງການຈັດຕັ້ງກໍາລັງ. ນີ້ແມ່ນບາດກ້າວເດີນທີ່ແທດຈິງເພື່ອຍົກສູງກຳລັງແຮງສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການກໍ່ສ້າງ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນໄລຍະປັດຈຸບັນ.
ໃນໄລຍະປັດຈຸບັນ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ, ກອງບັນຊາການປືນໃໝ່-ລູກສອນໄຟ ໄດ້ຮັບການກໍ່ສ້າງຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ທັນສະໄໝ; ພາລະບົດບາດ ແລະໜ້າທີ່ ໄດ້ຮັບການເພີ່ມເຕີມ ແລະເປີດກວ້າງ; ກໍາລັງ, ພາຫະນະ, ອາວຸດນັບມື້ນັບທັນສະໄໝ, ທ່າຈັດວາງຍຸດທະສາດ ແມ່ນກວ້າງກວ່າ ແລະມີຄວາມໄຫວພິບກວ່າ. ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ກອງບັນຊາການປືນໃຫຍ່-ລູກສອນໄຟ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງບັນດາມະຕິ, ບົດສະຫຼຸບຂອງຂັ້ນເທິງກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ສຶກສາອົບຮົມ, ຍົກສູງຄຸນທາດການເມືອງ ແລະຄວາມຮັບຜິດຊອບໃຫ້ແກ່ພະນັກງານ, ນັກຮົບ; ສ້າງເຈດຈໍານົງ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດທຸກໜ້າທີ່ຢ່າງມີໄຊ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບທຸງໄຊໃຫ້ກອງບັນຊາການປືນໃຫຍ່-ລູກສອນໄຟ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ໃສ່ໃຈວ່າ, ກອງບັນຊາການປືນໃຫຍ່-ລູກສອນໄຟ ຕ້ອງປະຕິບັດວຽກງານເປັນເສນາທິການຍຸດທະສາດ ໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບທ່າຈັດວາງກໍາລັງປືນໃຫຍ່, ລູກສອນໄຟໃນທົ່ວກອງທັບໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນບັນດາກົມກອງສ້າງຕັ້ງໃໝ່; ປັບປຸງກົງຈັກການຈັດຕັ້ງ, ພະນັກງານ, ມອບໝາຍໜ້າທີ່ໃນຄະນະພັກ, ກອງບັນຊາການ; ກໍ່ສ້າງອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”. ຄະນະພັກ, ຄະນະບັນຊາການທຸກຂັ້ນຕ້ອງປະຕິບັດວຽກງານແນວຄິດ, ນະໂຍບາຍໃຫ້ພະນັກງານ, ນັກຮົບ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດຕາມການມອບໝາຍ ແລະສັບຊ້ອນຂອງການຈັດຕັ້ງຢ່າງເຂັ້ມງວດ. ພ້ອມທັງ, ໃຫ້ຮີບຮ້ອນສ້າງ ແລະປະກາດໃຊ້ບັນດາລະບຽບການ, ຂໍ້ກໍານົດໃນແຕ່ລະດ້ານຂອງວຽກງານ; ເພີ່ມເຕີມ ແລະປັບປຸງແຜນການສູ້ຮົບ; ຮັກສາເຂັ້ມງວດລະບຽບວິໄນ, ຍົກສູງຄວາມສາມາດກຽມພ້ອມສູ້ຮົບ...
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ແລະບັນດາຜູ້ແທນ ທີ່ພິທີ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ເຊື່ອໝັ້ນວ່າ ບົນພື້ນຖານເກືອບ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໂຕຂະຫຍາຍຕົວ ແລະພັດທະນາຂອງເຫຼົ່າຮົບປືນໃຫຍ່, ດ້ວຍໂອກາດໃໝ່, ຈິດໃຈໃໝ່, ຄວາມຕັດສິນໃຈໃໝ່, ພະນັກງານ, ນັກຮົບກອງບັນຊາການປືນໃຫຍ່-ລູກສອນໄຟ ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍ, ເຮັດເຮັດສໍາເລັດທຸກໜ້າທີ່, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.
ໂດຍ: ໄຊຊະນະ