leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ເລຮຸຍວິ້ງ ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ບັນດາບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ ໄດ້ເຮັດແຈ້ງທີ່ຕັ້ງ ແລະບົດບາດຂອງ AI ໃນຂົງເຂດການທະຫານ, ການປ້ອງກັນຊາດ; ວິເຄາະຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ສິ່ງທ້າທາຍ; ແບ່ງປັນຜົນການຄົ້ນຄວ້າ, ການນຳໃຊ້ໃນເບື້ອງຕົ້ນ ແລະສະເໜີຫຼາຍມາດຕະການທີ່ເປັນໄປໄດ້ ເພື່ອສົ່ງເສີມການຄົ້ນຄວ້າ ແລະພັດທະນາ AI. ໝາກຜົນກອງປະຊຸມສໍາມະນາ ແມ່ນແຫຼ່ງຂໍ້ມູນທີ່ສຳຄັນເພື່ອໃຫ້ກະຊວງປ້ອງກັນປະເທດວາງອອກນະໂຍບາຍ, ລົງທຶນແຫຼ່ງກໍາລັງ ແລະພື້ນຖານໂຄງລ່າງໃຫ້ແກ່ການຄົ້ນຄວ້າ, ພັດທະນາ ແລະນຳໃຊ້ AI, ປະກອບສ່ວນກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ ແລະທັນສະໄໝ.

leftcenterrightdel
ບັນຍາກາດກອງປະຊຸມສໍາມະນາ. ພາບ: qdnd.vn

ສະຫຼຸບກອງປະຊຸມສໍາມະນາ, ທ່ານພົນໂທ ເລຮຸຍວິ້ງ ໄດ້ມອບໃຫ້ກົມວິທະຍາສາດການທະຫານ ເປັນປະທານ, ສົມທົບກັບບັນດາອົງການ, ກົມກອງ ເພື່ອນໍາເນື້ອໃນປຶກສາຫາລືເຂົ້າໃນແຜນງານ ແລະແຜນການຈັດຕັ້ງປະຕິບັດ; ພ້ອມທັງຮຽກຮ້ອງໃຫ້ການນຳບັນດາອົງການ, ກົມກອງ ຊາບຊຶມ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງ AI; ສ້າງເງື່ອນໄຂໃຫ້ແກ່ການຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີ, ໃຫ້ບຸລິມະສິດກໍ່ສ້າງ ແລະຜັນຂະຫຍາຍປະຕິບັດບັນດາໂຄງການນຳໃຊ້ AI ຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນຊາດໂດຍກົງ. ພ້ອມກັນນັ້ນ, ບັນດາຫົວໜ່ວຍຄົ້ນຄວ້າ, ວິສາຫະກິດປ້ອງກັນຊາດ ເພີ່ມທະວີການປະສານສົມທົບ, ລົງທຶນໃນການນຳໃຊ້ AI ໃນການຝຶກແອບ, ກຽມພ້ອມສູ້ຮົບ, ຜະລິດ ແລະດຳເນີນທຸລະກິດ ເພື່ອຍົກສູງປະສິດທິຜົນການປະຕິບັດໜ້າທີ່ ແລະປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ໂດຍ: ໄຊຊະນະ