ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ, ວັນຊາດທີ 2 ກັນຍາ (2-9-1945-2-9-2025) ແລະ ວັນມູນເຊື້ອການທູດຫວຽດນາມ (28-8-1945 / 28-8-2025), ແຕ່ວັນທີ 19 – 20 ສິງຫາ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ໄປອວຍພອນສະຖານທູດຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ.

leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ຮັບຊໍ່ດອກໄມ້ອວຍພອນຈາກທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາວ. ພາບ: vov.vn

ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານ ເຊິ່ງ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດ 80 ປີຜ່ານມາໃນທຸກຂົງເຂດ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ພັດທະນາປະເທດ.

ການນໍາຂັ້ນສູງຂອງລາວ ກໍ່ສະແດງຄວາມປິຕິຊົມຊື່ນ, ດີໃຈຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍການນໍາລຸ້ນຕ່າງໆຂອງສອງພັກ, ສອງລັດ ໄດ້ເພີ່ມພູນຄູນສ້າງ, ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດ ຢ່າງບໍ່ຢຸດຢັ້ງ.

ໂດຍ:​ ໄຊນີດາ