leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມການຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn

ທີ່ລາຍການ, ບັນດາຜູ້ແທນໄດ້ໄປຢ້ຽມຊົມຮ້ານວາງສະແດງຢູ່ໃນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ແມ່ນໜຶ່ງໃນບັນດາຫໍພິພິທະພັນແຖວໜ້າຂອງປະເທດ, ເປັນບ່ອນທີ່ເຕົ້າໂຮມຄຸນຄ່າທາງດ້ານປະຫວັດສາດຂອງຊາດ ຜ່ານໄລຍະຕ່າງໆແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.  ວັດຖຸພັນ, ຮູບພາບ, ເອກະສານແຕ່ລະຢ່າງ ທີ່ໄດ້ຮັບການເກັບຮັກສາໄວ້ຢູ່ທີ່ນີ້ລ້ວນແຕ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນເຖິງຈິດໃຈອົງອາດກະຫານ, ເຈດຈຳນົງເອກະລາດ, ອິດສະຫຼະພາບ ແລະ ຄວາມຫວັງສັນຕິພາບຂອງຊາດຫວຽດນາມ.

leftcenterrightdel
ບັນດາສະຫາຍການນໍາພັກ, ລັດ, ກອງທັບ ແລະຜູ້ແທນ ຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn

ໃນຕະຫຼອດໄລຍະທາງແຫ່ງການສ້າງສາ ແລະພັດທະນາ, ດ້ວຍຄວາມເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ຊິດຕິດແທດຂອງຄະນະພັກການການທະຫານສູນກາງ - ກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ພິເສດແມ່ນການໃຫ້ຊີ້ນໍາຢ່າງທັນການຂອງບັນດາສະຫາຍການນຳ, ອະດີດການນຳຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນສະຖານທີ່ສຶກສາອົບຮົມມູນເຊື້ອຮັກຊາດ, ມູນເຊື້ອການປະຕິວັດໃຫ້ແກ່ພະນັກງານ, ນັກຮົບ ແລະມະຫາຊົນທຸກຊັ້ນຄົນ, ພິເສດແມ່ນຄົນຮຸ່ນໜຸ່ມ.

leftcenterrightdel
ພົນເອກ ຟານວັນຢາງ ພ້ອມດ້ວຍບັນດາຜູ້ແທນ ເບິ່ງຊົມຮູບເງົາ “ຝົນສີແດງ”. ພາບ: qdnd.vn

* ທີ່ລາຍການ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ແລະກອງທັບ ໄດ້ເບິ່ງຊົມຮູບເງົາ “ຝົນສີແດງ”. ນີ້ແມ່ນຮູບເງົາ ໂດຍ ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ນໍາອົງການຮູບເງົາກອງທັບປະຊາຊົນ ຜະລິດ.

ໂດຍ: ທູຈາງ