ກອງປະຊຸມສອງຝ່າຍ ຄັ້ງທີ 6 ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລອິນເດຍ
ກປ.ອອນໄລ - ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມສອງຝ່າຍ ຄັ້ງທີ 6 ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລອິນເດຍ.
ທ່ານພົນຈັດຕະວາ ຫວູ້ຈຸງກຽນ, ຮອງຜູ້ບັນຊາການຮັບຜິດຊອບດ້ານກົດໝາຍຕໍາຫຼວດທະເລຫວຽດນາມ ແລະທ່ານພົນຕີ Anand Prakash Badola, ຮອງຜູ້ບັນຊາການກໍາລັງປ້ອງກັນຝັ່ງທະເລອິນເດຍ ໄດ້ເປັນປະທານຮ່ວມກອງປະຊຸມ.
ກອງປະຊຸມເພື່ອແນໃສ່ສັງລວມ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ; ພ້ອມທັງແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມື, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືນັບມື້ນັບແທດຈິງ, ມີປະສິດທິຜົນລະຫວ່າງສອງກໍາລັງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫວູ້ຈຸງກຽນ ຢືນຢັນວ່າ: ໃນຊຸມປີຜ່ານມາ, ຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລອິນເດຍ ໄດ້ປັບປຸງ ແລະພັດທະນາການພົວພັນຮ່ວມມືຢ່າງບໍ່ຢຸດຢັ້ງ, ແໜ້ນແຟ້ນ, ແທດຈິງ ແລະເຂົ້າສູ່ລວງເລິກ. ສອງຝ່າຍຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຢ່າງເປັນປະຈຳ, ແລກປ່ຽນປະສົບການ, ການຢ້ຽມຢາມກຳປັ່ນ, ສົມທົບກັນຝຶກແອບຮ່ວມ, ຝຶກອົບຮົມ, ບຳລຸງກໍ່ສ້າງ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສາມາດສົມທົບກັນ.
ກ່ຽວກັບທິດທາງຮ່ວມມືໃນປີ 2026, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົ່ງກຳປັ່ນໄປຢ້ຽມຢາມເຊິ່ງກັນ ແລະກັນ; ຕັ້ງໜ້າເຂົ້າຮ່ວມບັນດາໂຄງການ, ຊຸດຝຶກອົບຮົມ, ກອງປະຊຸມ ໂດຍແຕ່ລະຝ່າຍເປັນເຈົ້າພາບ; ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ ທີ່ທັງສອງຝ່າຍເປັນສະມາຊິກ. ສອງຝ່າຍເຫັນດີເປັນເອກະພາບຈະຈັດກອງປະຊຸມສອງຝ່າຍຄັ້ງທີ 7 ຢູ່ອິນເດຍ ໃນປີ 2026.
ໂດຍ: ຈາງຫງວຽນ