ກອງບັນຊາການທະຫານແຂວງ ຮ່າຕິ້ງ ໄດ້ເປັນກຽດຕ້ອນຮັບຄະນະຜູ້ແທນພະນັກງານ, ນາຍທະຫານກອງທັບປະຊາຊົນລາວ ສໍາເລັດລະບຽບການຜ່ານດ່ານສາກົນ ເກົ່າແຈວ ແລະພາໄປມອບໃຫ້ກອງພົນນ້ອຍ 971, ພະແນກລົດ ແລະຂົນສົ່ງ (ກົມໃຫຍ່ພະລາທິການ - ເຕັກນິກ) ເພື່ອສືບຕໍ່ຝຶກຊ້ອມ, ກະກຽມເຂົ້າຮ່ວມສວນສະໜາມ, ເດີນຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ແລະວັນຊາດທີ 2 ກັນຍາ.

leftcenterrightdel
ຕາງໜ້າກອງບັນຊາການທະຫານແຂວງຮ່າຕິ້ງ ມອບດອກໄມ້ຕ້ອນຮັບຄະນະກອງທັບປະຊາຊົນລາວ. ພາບ: qdnd.vn

leftcenterrightdel
ຕາງໜ້າກອງບັນຊາການທະຫານແຂວງຮ່າຕິ້ງ ຕ້ອນຮັບພະນັກງານ, ນັກຮົບກອງທັບປະຊາຊົນລາວ. ພາບ: qdnd.vn

leftcenterrightdel
 

leftcenterrightdel
ຄະນະພະນັກງານ, ນັກຮົບກອງທັບປະຊາຊົນລາວ ກຽມພ້ອມເຂົ້າຮ່ວມສວນສະໜາມ, ເດີນຂະບວນ ເນື່ອງໃນໂອກາດວັນຊາດທີ 2 ກັນຍາ. ພາບ: qdnd.vn

ພາຍຫຼັງສຳເລັດລະບຽບການ, ພະນັກງານ, ນັກຮົບ 120 ຄົນຂອງກອງທັບປະຊາຊົນລາວ ໄດ້ການນຳກອງບັນຊາການທະຫານແຂວງ ຮ່າຕິ້ງ ແລະບັນດາຂະແໜງການທີ່ກ່ຽວຂ້ອງແນະນໍາຂຶ້ນລົດ, ເດີນທາງໄປນະຄອນຫຼວງຮ່າໂນ້ຍ ພ້ອມກັບບັນດາກົມກອງເຂົ້າຮ່ວມສວນສະໜາມ, ເດີນຂະບວນເນື່ອງໃນໂອກາດວັນຊາດທີ 2 ກັນຍາ.

ໂດຍ: ໄຊນີດາ