ທີ່ການເຮັດວຽກ, ການນຳກົມໃຫຍ່ອຸດສາຫະກຳປ້ອງກັນຊາດໄດ້ລາຍງານໝາກຜົນການປະຕິບັດໜ້າທີ່ຕາມທິດຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ໃນນັ້ນ, ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ຂະແໜງປ້ອງກັນຊາດ ຍາມໃດກໍ່ໄດ້ການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ເປັນປະຈໍາ ແລະຊີ້ນໍາຢ່າງໃກ້ຊິດຕິດແທດ; ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນ, ຂັ້ນຕອນກະໂດດຂັ້ນ ເພື່ອຕອບສະໜອງຄວາມຕ້ອງການຫັນກອງທັບເປັນທັນສະໄໝ, ເພີ່ມຄວາມສາມາດດ້ານປ້ອງກັນຊາດ, ກໍາລັງແຮງແຫ່ງຊາດ, ການປົກປັກຮັກສາປະເທດໃນສະພາບການໃໝ່. ວຽກງານຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຜະລິດຜະລິດຕະພັນດ້ານປ້ອງກັນຊາດມີບາດກ້າວກະໂດດຂ້ັນ.

leftcenterrightdel
ການນຳກົມໃຫຍ່ອຸດສາຫະກຳປ້ອງກັນຊາດຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: ຝູເຊີນ

ພາຍຫຼັງຮັບຟັງການລາຍງານ ແລະຄຳເຫັນຂອງຜູ້ແທນແລ້ວ, ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຊົມເຊີຍ ແລະຮັບຮູ້ບັນດາໝາກຜົນອັນພົ້ນເດັ່ນທີ່ກົມໃຫຍ່ປ້ອງກັນຊາດບັນລຸໄດ້ໃນໄລຍະຜ່ານມາ. ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນ ເມື່ອມາຢ້ຽມຢາມສໍານັກງານໃໝ່ຂອງກົມໃຫຍ່, ເປັນຂີດໝາຍການພັດທະນາຂອງກົມໃຫຍ່, ປະກອບສ່ວນປະຕິບັດແຜນນະໂຍບາຍຫັນກອງທັບເປັນທັນສະໄໝ; ພ້ອມທັງເນັ້ນໜັກວ່າ, ແຕ່ລະພະນັກງງານ, ພາລະກອນ, ນັກຮົບ, ຜູ້ອອກແຮງງານໃນທົ່ວກົມໃຫຍ່ຕ້ອງເສີມຂະຫຍາຍຈິດໃຈ “ຈິນຕະນາການໃໝ່, ວິໄສທັດໃໝ່” ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ໃສ່ໃຈວ່າ: ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີພາຍໃນ ແລະຕ່າງປະເທດ. ຄົ້ນຄວ້າ, ສະເໜີວິທີແກ້ໄຂບັນດາຄວາມຫຍຸ້ງຍາກ, ອຸປະສັກໃນກົນໄກ, ນະໂຍບາຍ, ເຕັກນິກເຕັກໂນໂລຊີ, ຕັດສັ້ນເວລາຄົ້ນຄວ້າ, ຜັນຂະຫຍາຍນໍາບັນດາຜະລິດຕະພັນໃໝ່ເຂົ້າໃນການຜະລິດ, ປະກອບໃຫ້ກອງທັບໂດຍໄວ. ສຸມໃສ່ດຶງດູດພອນສະຫວັນ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ, ເພີ່ມປະສິດທິຜົນ, ສະມັດຕະພາບການເຄື່ອນໄຫວໃນການຜະລິດ, ດໍາເນີນທຸລະກິດ...

ໂດຍ: ໄຊນີດາ