ຕອນເຊົ້າວັນທີ 19 ສິງຫາ, ກຳປັ່ນ Endurance RSS Persistence ຂຶ້ນກັບທະຫານເຮືອສິງກະໂປ ໂດຍ ທ່ານພັນຕີ Hu Junjie Daniel ເປັນກັບຕັນ ໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ, ເລີ່ມຕົ້ນການຢ້ຽມຢາມຢູ່ແຂວງແຄ໊ງຮວ່າ ໃນລະຫວ່າງວັນທີ 19-23 ສິງຫາ.

leftcenterrightdel
 
leftcenterrightdel
ກຳປັ່ນ Endurance RSS Persistence ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ. ພາບ: qdnd.vn

ໃນໄລຍະຢ້ຽມຢາມ; ຄະນະບັນຊາກຳປັ່ນ ໄດ້ເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ, ທະຫານເຮືອເຂດ 4 ແລະວິທະຍາຄານທະຫານເຮືອ, ລູກເຮືອ ຈະເຂົ້າຮ່ວມການໂອ້ລົມສົນທະນາ, ພົບປະແລກປ່ຽນນາຍທະຫານໜຸ່ມ ແລະແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮຽນທະຫານເຮືອ, ຢ້ຽມຊົມທັດສະນີຍະພາບບາງແຫ່ງຢູ່ທ້ອງຖິ່ນ.

ການຢ້ຽມຢາມຂອງກຳປັ່ນທະຫານເຮືອສິງກະໂປ ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ຫວຽດນາມ-ສິງກະໂປ ເວົ້າລວມ ແລະທະຫານເຮືອສອງປະເທດ ເວົ້າສະເພາະ.

ໂດຍ: ທະນາພອນ