ໄຂການຊ້ອມຮົບທະຫານເຮືອບັນດາປະເທດອາຊຽນ ຄັ້ງທີ 3
ກປ.ອອນໄລ - ຕອນເຊົ້າວັນທີ 16 ສິງຫາ, ການຊ້ອມຮົບຮ່ວມທະຫານເຮືອບັນດາປະເທດ ອາຊຽນ ຄັ້ງທີ 3 (AMNEX 3) ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Penang, ປະເທດມາເລເຊຍ. ທ່ານພົນຕີ Dato' Baharudin Wan Md Nor, ຜູ້ບັນຊາການກອງກຳປັ່ນຕາເວັນຕົກ, ທະຫານເຮືອລາຊະອານາຈັກ ມາເລເຊຍ ເປັນປະທານພິທີ.
ຕາມຄະນະຈັດຕັ້ງ, ການຊ້ອມຮົບ AMNEX 3 ໄດ້ດຳເນີນໃນລະຫວ່າງວັນທີວັນທີ 15 – 22 ສິງຫາ, ໂດຍມີກຳປັ່ນທະຫານເຮືອ 10 ລຳ, ຍົນເຮລິກົບແຕ 3 ລຳ ແລະເຮືອໄວ 1 ລຳ, ມີກຳລັງທະຫານ 1.200 ກວ່າຄົນ.
ການສວນສະໜາມກໍາປັ່ນທະຫານເຮືອອາຊຽນ ຍັງເປັນຈຸດພົ້ນເດັ່ນໃນຂອບເຂດ AMNEX 3. ທະຫານເຮືອປະຊາຊົນຫວຽດນາມ ໄດ້ສົ່ງກຳປັ່ນ 016 - ກວາງຈູງ (ກໍາປັ່ນປົກປ້ອງລູກສອນໄຟຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4) ແລະຄະນະປະຕິບັດງານນໍາໂດຍທ່ານພັນເອກພິເສດ ຫງວຽນວິງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ເຂົ້າຮ່ວມ AMNEX 3.
    |
 |
ຫົວໜ້າຄະນະຜູ້ແທນທະຫານເຮືອອາຊຽນ ແລະຜູ້ຕາງໜ້າທະຫານເຮືອຂອງປະເທດເຈົ້າພາບ ມາເລເຊຍ ໃນພິທີໄຂ AMNEX 3. ພາບ: qdnd.vn |
ໃນເວລາສຳພາດຕໍ່ໜັງສືພິມກອງທັບປະຊາຊົນ, ທ່ານພົນຕີ Dato' Baharudin Wan Md Nor ໃຫ້ຮູ້ວ່າ ຫົວຂໍ້ຂອງ AMNEX 3 ແມ່ນ “ມິດຕະພາບ ແລະສົມທົບກັນກະທໍາ”. ໃນຄວາມໝາຍກວ້າງຂວາງແມ່ນກໍາລັງທະຫານເຮືອອາຊຽນ ຕ້ອງມຸ່ງໄປເຖິງຈຸດໝາຍຮ່ວມ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະສະພາບແວດລ້ອມໃຫ້ບັນດາປະເທດທີ່ນຳໃຊ້ທະເລທີ່ມີການກະທຳຢ່າງສົມເຫດສົມຜົນ.
ທ່ານ Dato’ Baharudin Wan Md Nor ເນັ້ນໜັກວ່າ. “ກໍາປັ່ນ 016 - ກວາງຈູງ ແມ່ນກໍາປັ່ນປົກປ້ອງລູກສອນໄຟມີພະລັງແຮງ. ເລື່ອງທະຫານເຮືອປະຊາຊົນຫວຽດນາມ ເປັນກຽດເຊີດຊູບັນດາຝ່າຍເຂົ້າຮ່ວມກັບພາຫະນະແຮງທີ່ສຸດຂອງຕົນໃນການຝຶກຊ້ອມນີ້ໄດ້ສະແດງຄວາມສາມາດ ແລະລັກສະນະວິຊາຊີບຂອງພວກເພື່ອນ. ສະນັ້ນ, ການປະກອບສ່ວນ ແລະບົດບາດຂອງທະຫານເຮືອປະຊາຊົນຫວຽດນາມ ໃນການຮັບປະກັນສໍາເລັດຜົນຂອງການຝຶກຊ້ອມນີ້ແມ່ນສໍາຄັນຍິ່ງ”.
ໂດຍ: ໄຊນີດາ