ເລຂາພັກແຂວງນິງບິ່ງ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ
ກປ.ອອນໄລ - ວັນທີ 18 ສິງຫາ, ສະຫາຍ ເຈືອງກວກຮຸຍ ເລຂາພັກແຂວງນິງບິ່ງ ໄດ້ຕ້ອນຮັບ ສະຫາຍນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ ເຈືອງກວກຮຸຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍ ສະຫາຍນາງ ຄຳເພົາ ເອີນທະວັນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງນິງບິ່ງ; ພ້ອມທັງສະເໜີໂດຍຫຍໍ້ກ່ຽວກັບທິດທາງພັດທະນາຂອງແຂວງ ໂດຍເນັ້ນໜັກວ່າ ຄຽງຂ້າງການພັດທະນາເສດຖະກິດ-ສັງຄົມແລ້ວ, ແຂວງນິງບິ່ງ ຍັງໄດ້ສຸມໃສ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ໃນນັ້ນມີ ລາວ ແລະບັນດາທ້ອງຖິ່ນຂອງລາວ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: baoninhbinh.org.vn |
ສະຫາຍເລຂາພັກແຂວງນິງບິ່ງ ຍັງໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ແຂວງນິງບິ່ງໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍເພື່ອຊຸກຍູ້ການຮ່ວມມື, ພົບປະແລກປ່ຽນໃນຂົງເຂດເສດຖະກິດ, ວັດທະນະທຳ, ໃນນັ້ນມີບັນດານະໂຍບາຍໜູນຊ່ວຍນັກສຶກສາລາວ ທີ່ສຶກສາຮ່ຳຮຽນໃນແຂວງ. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງນິງບິ່ງ ແລະບັນດາທ້ອງຖິ່ນຂອງລາວ ຈະເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືຮອບດ້ານໃນຂົງເຂດເສດຖະກິດ, ວັດທະນະທຳ ແລະສັງຄົມ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.
    |
 |
ສະຫາຍ ເຈືອງກວກຮຸຍ ເລຂາພັກແຂວງນິງບິ່ງ ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍນາງ ຄໍາເພົາ ເອີນທະວັນ. ພາບ: baoninhbinh.org.vn |
ກ່າວຄຳເຫັນທີ່ຕ້ອນຮັບ, ສະຫາຍນາງ ຄຳເພົາ ເອີນທະວັນ ໄດ້ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສົມກຽດຂອງການນຳແຂວງນິງບິ່ງ ໃຫ້ແກ່ຄະນະ; ພ້ອມທັງແບ່ງປັນວ່າ ຍາມໃດ ທ່ານນາງ ກໍ່ຕິດຕາມຂໍ້ມູນຂ່າວກ່ຽວກັບແຂວງນິງບິ່ງ. ໂອກາດນີ້ ສະຫາຍນາງ ຄຳເພົາ ເອີນທະວັນ ຍັງໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ; ຢືນຢັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ບົນພື້ນຖານນັ້ນ, ສະຫາຍນາງ ເອກອັກຄະລັດຖະທູດ ປາດຖະໜາວ່າ ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນແຂວງນິງບິ່ງ ຈະສືບຕໍ່ເອົາໃຈໃສ່, ເປີດກວ້າງການລົງທຶນຢູ່ບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນບັນດາທ້ອງຖິ່ນແຮກສ່ຽວ, ໃນບັນດາຂົງເຂດກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ, ການສຶກສາ...
    |
 |
ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. ພາບ: baoninhbinh.org.vn |
ເນື່ອງໃນໂອກາດນີ້, ສະຫາຍ ເຈືອງກວກຮຸຍ ໄດ້ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍນາງ ຄໍາເພົາ ເອີນທະວັນ. ຂອງຂວັນດັ່ງກ່າວສະແດງໃຫ້ເຫັນທັດສະນະຂອງນິງບິ່ງ ແມ່ນຍາມໃດກໍ່ຖືຄຸນຄ່າວັດທະນະທຳເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ, ພ້ອມທັງຝາກຝັງອາລົມຈິດຄວາມຮັກແພງ ແລະຄວາມເຊື່ອໝັ້ນເຂົ້າໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ ເວົ້າສະເພາະແມ່ນລະຫວ່າງ ແຂວງນິງບິ່ງ ແລະບັນດາທ້ອງຖິ່ນຂອງລາວ.
ໂດຍ: ໄຊຊະນະ