leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ກ່າວຄໍາເຫັນທີ່ພິທີປິດ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ການປະສານສົມທົບ ແລະຊ່ວຍເຫຼືອຂອງກອງ 871, ບັນດາກົມກອງ, ອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະບັນດາທ້ອງຖິ່ນ, ຊຸດຝຶກອົບຮົມວຽກງານສື່ມວນຊົນໃຫ້ແກ່ພະນັກງານຂອງໜັງສືພິມກອງທັບປະຊາຊົນລາວ ປີ 2025 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ທ່ານພັນໂທ ອາໄພ ອະໄພຍະວົງ ກ່າວຄໍາເຫັນທີ່ພິທີປິດ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ເນັ້ນໜັກວ່າ ຊຸດຝຶກອົບຮົມບໍ່ພຽງແຕ່ແມ່ນການຄົ້ນຄວ້າ, ການແລກປ່ຽນວຽກງານສື່ມວນຊົນດ້ວຍຈິດໃຈເປີດອົກເປີດໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດລວມເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ສະໜິດຕິດພັນ, ສັດຊື່ບໍລິສຸດ, ໝັ້ນຄົງຂະໜົງແກ່ນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ ເວົ້າລວມ, ລະຫວ່າງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ ເວົ້າສະເພາະອີກດ້ວຍ.

leftcenterrightdel
 
leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ມອບຂອງຂວັນໃຫ້ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn

ທ່ານພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກ, ຄະນະບັນນາທິການ, ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ຄະນະການນໍາກອງ 871 ແລະບັນດາອົງການທີ່ກ່ຽວຂ້ອງທີ່ໄດ້ສ້າງເງື່ອນໄຂສະດວກ, ເອົາໃຈໃສ່ ແລະຊ່ວຍເຫຼືອໃນທຸກດ້ານໃຫ້ແກ່ພະນັກງານໜັງສືພິມກອງທັບປະຊາຊົນລາວ; ພ້ອມທັງຢືນຢັນວ່າ ບັນດາປະສົບການທີ່ດີ, ບົດຮຽນອັນລ້ຳຄ່າທີ່ຖອດຖອນຈາກຊຸດຝຶກອົບຮົມຄັ້ງນີ້ ຈະຊ່ວຍໃຫ້ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ນຳໄປໝູນໃຊ້ເຂົ້າໃນວຽກງານໂຄສະນາເຜີຍແຜ່, ປະກອບສ່ວນເຂົ້າໃນການກໍ່ສ້າງໜັງສືພິມກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາກວ່າອີກ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມ. ພາບ: qdnd.vn

ໂດຍ: ຈາງຫງວຽນ