ສ້າງບາດກ້າວບຸກທະລຸໃໝ່ໃນການພົວພັນ ຫວຽດນາມ-ລາວ
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 21 ສິງຫາ, ທ່ານນາງ ຫວໍທິແອ໊ງຊວນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
    |
 |
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ຈ່າຫງວຽນ |
ທ່ານນາງ ຫວໍທິແອ໊ງຊວນ ແຈ້ງໃຫ້ທ່ານ ທອງລຸນ ສີສຸລິດ ແລະທ່ານ ສອນໄຊ ສີພັນດອນ ຮັບຊາບກ່ຽວກັບສະພາບການຫວຽດນາມ ຫວ່າງມໍ່ໆມານີ້; ກ່ຽວກັບຜົນການພົບປະສອງຝ່າຍກັບທ່ານນາງ ປານີ ຢາທໍ່ຕູ້ ຢ່າງແທດຈິງ ແລະມີປະສິດທິຜົນ. ທ່ານນາງ ຫວໍທິແອ໊ງຊວນ ເນັ້ນໜັກວ່າ, ດ້ວຍການຊີ້ນໍາຢ່າງຂ້ຽວຂາດຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ພິເສດແມ່ນຂອງສອງສະຫາຍເລຂາທິການໃຫຍ່, ພ້ອມດ້ວຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ພຽງໃນເວລາສັ້ນຫຼາຍໂຄງການຮ່ວມມືຍຸດທະສາດ ໄດ້ຮັບການຜັນຂະຫຍາຍ, ສ້າງບາດກ້າວບຸກທະລຸໃໝ່ໃນການພົວພັນສອງປະເທດ.
ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາໃນຫຼາຍຂົງເຂດ; ສະແດງຄວາມຂອບໃຈເປັນພິເສດຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ລາວ ນັບແຕ່ກ່ອນມາຮອດປະຈຸບັນ; ເນັ້ນໜັກວ່າ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.
    |
 |
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ຈ່າຫງວຽນ |
ແລກປ່ຽນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໜັກວ່າ ໃນໄລຍະຈະມາເຖິງສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ພິເສດແມ່ນຜ່ານການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເງິນ, ທະນາຄານສົມທົບນະໂຍບາຍນໍາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄໍ້າຕົ້ນຕໍໃນການພົວພັນຮ່ວມມືແບບພິເສດ ຫວຽດນາມ-ລາວ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຊອກຫາມາດຕະການເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຍົກສູງວົງເງິນການຄ້າສອງສົ້ນ.
* ໃນຕອນບ່າຍວັນດຽວກັນ, ທີ່ການພົບປະສອງຝ່າຍລະຫວ່າງທ່ານນາງ ຫວໍທິແອ໊ງຊວນ ແລະທ່ານນາງ ປານີ ຢາທໍ່ຕູ້, ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມເປັນຢ່າງດີ, ຮັບປະກັນຄວາມຄືບໜ້າບັນດາໂຄງການຮ່ວມມືຈຸດສຸມ; ເຫັນດີເປັນເອກະພາບມານະພະຍາຍາມຍົກລະດັບການຮ່ວມມື, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ທັງເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ ແລະເຊື່ອມຕໍ່ດ້ານກົນໄກ, ນະໂຍບາຍ, ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດ; ມີນະໂຍບາຍບຸລິມະສິດໃຫ້ວິສາຫະກິດຂະໜາດໃຫຍ່ຫວຽດນາມ ທີ່ມີທ່າແຮງລົງທຶນຢູ່ລາວ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ...
ສອງຝ່າຍຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ສົມທົບຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະກັນ ເປັນຕົ້ນແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ ແລະກົນໄກຮ່ວມມືອະນຸພາກພື້ນເຊິ່ງສອງປະເທດເປັນສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ