ກະກຽມທຸກດ້ານໃຫ້ການຝຶກຊ້ອມຮ່ວມສວນສະໜາມ, ເດີນຂະບວນຢູ່ສະໜາມຫຼວງບາດີ່ງ ເປັນຢ່າງດີ
ກປ.ອອນໄລ - ນັ້ນແມ່ນຄໍາຮຽກຮ້ອງຂອງທ່ານພົນໂທ ຫງວຽນວັນເຫງຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ທີ່ກອງປະຊຸມແລກປ່ຽນວຽກງານອະນຸກໍາມະການສວນສະໜາມ, ເດີນຂະບວນພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ໜ້າທີ່ A80), ໃນຕອນເຊົ້າວັນທີ 18 ສິງຫາ.
    |
 |
ທ່ານພົນໂທ ຫງວຽນວັນເຫງຍ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ເຊີນບີ່ງ |
ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງຍ ຮຽກຮ້ອງວ່າ ກ່ຽວກັບການຜັນຂະຫຍາຍບົດສະຫຼຸບຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ການກວດກາການຝຶກຊ້ອມຮ່ວມໃນວັນທີ 16 ສິງຫາ, ໜ່ວຍວຽກງານພັກ, ວຽກງານການເມືອງ ສົມທົບກັບສະຖານີໂທລະພາບຫວຽດນາມ ສ້າງແຜນການລະອຽດລາຍການຖ່າຍທອດສົດພິທີສະເຫຼີມສະຫຼອງ, ສວນສະໜາມ, ເດີນຂະບວນ. ບັນດາກົມກອງ ສືບຕໍ່ຈັດຕັ້ງການຝຶກແອບ, ແກ້ໄຂຂໍ້ຈຳກັດໄດ້ຊີ້ອອກຢ່າງສຸດຂີດ; ກ້ອນກໍາລັງສວນສະໜາມທາງທະເລສິ້ນສຸດການຝຶກແອບເຄື່ອນທີ່ກັບຄືນກົມກອງຮັບປະກັນຢ່າງແໜ້ນແຟ້ນ, ຄວາມປອດໄພຢ່າງເດັດຂາດ...
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ເຊີນບີ່ງ |
ເພື່ອປະຕິບັດວຽກງານກະກຽມໃຫ້ການຝຶກຊ້ອມຮ່ວມໃນວັນທີ 21 ສິງຫາ ແລະກວດຜ່ານຄັ້ງໃຫຍ່ຢູ່ສະໜາມຫຼວງບາດີ່ງ ເປັນຢ່າງດີ, ທ່ານພົນໂທ ຫງວຽນວັນເຫງຍ ໄດ້ຊີ້ນຳບັນດາກົມກອງ ຈັດຕັ້ງການກວດກາລົດປືນໃຫຍ່ການທະຫານມາຮ່າໂນ້ຍ, ຈັດຕັ້ງການກວດກາສະພາບເຕັກນິກລົດປືນໃຫຍ່, ຍຸດໂທປະກອນ; ປະສານສົມທົບຢ່າງແໜ້ນແຟ້ນກັບກໍາລັງກວດກາການທະຫານກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ, ກໍາລັງນຳທາງ, ຊີ້ບອກການຈະລາຈອນຕຳຫຼວດນະຄອນຮ່າໂນ້ຍ...
ອະນຸກໍາມະການສວນສະໜາມ, ເດີນຂະບວນກວດກາວຽກງານກະກຽມ, ກຽມພ້ອມໃຫ້ການຝຶກຊ້ອມຮ່ວມຢູ່ສະໜາມຫຼວງບາດີ່ງ. ເຮັດວຽກງານກະກຽມ, ຕ້ອນຮັບ ແລະຮັບປະກັນການກິນຢູ່, ຝຶກແອບໃຫ້ບັນດາຄະນະກອງທັບຕ່າງປະເທດທີ່ເຂົ້າຮ່ວມປະຕິບັດໜ້າທີ່ A80 ເປັນຢ່າງດີ...
ໂດຍ: ເຈິ່ນຮວ່ຽນ