ພັນໂທ ທະວັດໄຊ, ຮອງຫົວໜ້າຄະນະລາວ ໃຫ້ຮູ້ວ່າ ຄະນະກອງທັບປະຊາຊົນລາວ ໄປຍັງຫວຽດນາມ ໃນຄັ້ງນີ້ລວມມີນາຍທະຫານ 120 ຄົນ, ໃນນັ້ນມີນາຍທະຫານ 20 ຄົນ ທີ່ເຄີຍເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025) ຂອງຫວຽດນາມ, ນາຍທະຫານ 49 ຄົນ ໃນກ້ອນກໍາລັງເຂົ້າຮ່ວມພິທີສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9-5-1945 / 9-5-2025) ຢູ່ສະຫະພັນລັດເຊຍ. ພັນໂທ ທະວັດໄຊ ແບ່ງປັນວ່າ: “ກ່ອນທີ່ມາຫວຽດນາມ, ພວກຂ້າພະເຈົ້າ ໄດ້ຈັດຕັ້ງກຳລັງຝຶກແອບເປັນເວລາກວ່າ 2 ເດືອນ… ຢູ່ທີ່ນີ້, ໄດ້ຝຶກຊ້ອມຮ່ວມກັບກ້ອນກໍາລັງຕ່າງໆຂອງຫວຽດນາມ, ພວກຂ້າພະເຈົ້າ ມີຄວາມຕື່ນເຕັ້ນຫຼາຍ ແລະຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ພັກ, ລັດ ແລະກອງທັບລາວ ມອບໝາຍໃຫ້ເປັນຢ່າງດີ. ນີ້ກໍແມ່ນກາລະໂອກາດເພື່ອຢັ້ງຢືນອາລົມຈິດຄວາມສະໜິດຕິດພັນອັນໜັກແໜ້ນລະຫວ່າງກອງທັບປະຊາຊົນສອງປະເທດ, ເປັນພະຍານຫຼັກຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ”.

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
ກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ຝຶກແອບຢູ່ສູນຝຶກແອບການທະຫານແຫ່ງຊາດເລກ 4, ໃນວັນທີ 20 ສິງຫາ. ພາບ: qdnd.vn

ໄປພ້ອມກັບການເຂົ້າຮ່ວມຂອງຄະນະກອງທັບປະຊາຊົນລາວ, ເຫດການຍັງມີການເຂົ້າຮ່ວມຂອງຄະນະກອງທັບແຫ່ງລາຊະອານາຈັກກໍາປູເຈຍ ທີ່ພິທີສະເຫຼີມສະຫຼອງປີນີ້ ທີ່ມີຄວາມໝາຍອັນເລິກເຊິ່ງ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງຫວຽດນາມ ທີ່ມີຕໍ່ກັບສາຍພົວພັນສາມັກຄີສູ້ຮົບແບບພິເສດ, ຮ່ວມສໍາພັນສູ້ຮົບທີ່ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ 3 ປະເທດອິນດູຈີນ ໃນພາລະກິດຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດຂອງແຕ່ລະປະເທດ. ຕາມທ່ານພັນໂທ Chheng Tharath ຫົວໜ້າຄະນະກໍາປູເຈຍ ແລ້ວ, ຄະນະກອງທັບແຫ່ງລາຊະອານາຈັກກໍາປູເຈຍ ໄດ້ຮັບການໜູນຊ່ວຍ, ອໍານວຍຄວາມສະດວກໃນທຸກດ້ານຈາກຄະນະຈັດຕັ້ງຂອງປະເທດຫວຽດນາມ. ຍ້ອນເຫດນັ້ນ, ບັນດານາຍທະຫານໃນຄະນະ ໄດ້ປັບຕົວເຂົ້າກັບສະພາບແວດລ້ອມໃໝ່ຢ່າງວ່ອງໄວ ແລະພວມຕັ້ງໜ້າຝຶກແອບ, ໄປຄຽງຄູ່ກັບການຮັບປະກັນສຸຂະພາບ ເພື່ອປະຕິບັດສຳເລັດໜ້າທີ່ໃນວັນບຸນສຳຄັນທີ່ຈະມາເຖິງ.

leftcenterrightdel
 
leftcenterrightdel
ກ້ອນກໍາລັງສວນສະໜາມກອງທັບແຫ່ງລາຊະອານາຈັກກໍາປູເຈຍ ຝຶກແອບຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4, ໃນວັນທີ 20 ສິງຫາ. ພາບ: qdnd.vn

* ຕອນທ່ຽງວັນດຽວກັນ, ກ້ອນກຳລັງສວນສະໜາມຂອງກໍາລັງປະກອບອາວຸດສະຫະພັນລັດເຊຍ ກໍ່ມາຮອດຮ່າໂນ້ຍ, ພ້ອມແລ້ວທີ່ຈະເຂົ້າຮ່ວມລາຍການຝຶກຊ້ອມຮ່ວມ, ດຳເນີນບັນດາການເຄື່ອນໄຫວສວນສະໜາມ, ເດີນຂະບວນໃນພິທີສະເຫຼີມສະຫຼອງ.

ໂດຍ: ທູຈາງ